ຂ່າວສານ

ຫລາຍອົງການ, ວິສາຫະກິດຮ່ວມແຮງຮ່ວມໃຈຫນູນຊ່ວຍເພື່ອປ້ອງກັນ ຄວບຄຸມ Covid-19

      ໂດຍຕອບສະຫນອງຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີປຸກລະດົມທົ່ວປວງຊົນສະຫນັບສະຫນູນເພື່ອປ້ອງກັນ ຄວບຄຸມ Covid-19 ໃນວັນທີ 17 ມີນາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີປຸກລະດົມ
      ມາຮອດປະຈຸບັນ ມີ 17 ຫົວຫນ່ວຍຈົດທະບຽນ ສະຫນັບສະຫນູນດ້ວຍຈຳນວນເງິນກວ່າ 235 ຕື້ດົ່ງ (ປະມານ 10 ລ້ານ USD) ,  ໃນນັ້ນ ທົ່ວຂະແຫນງທະນາຄານ ສະຫນັບສະຫນູນ ປະມານ 6 ລ້ານ USD. ທ່ານນາງ ເຈືອງທິງອກແອັງ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນວ່າ: ແນວໂຮມປະເທດຊາດ ຈະນຳໃຊ້ແຫລ່ງເງິນບໍລິຈາກດັ່ງກ່າວໃຫ້ມີປະສິດທິຜົນ.
ນີ້ແມ່ນຈຳນວນເງິນອັນໃຫຍ່ຫລວງເພື່ອຫນູນຊ່ວຍພະນັກງານການແພດ, ແພດໝໍ, ທ່ານໝໍປິ່ນປົວໂດຍກົງໃຫ້ຜູ້ຕິດ Covid-19 ຫລືເຮັດວຽກຢູ່ເຂດແຍກຕົວ ກໍ່ຄືຊ່ວຍຊື້ອຸປະກອນການແພດຮັບໃຊ້ວຽກງານປ້ອງກັນ ຄວບຄຸມເຊື້ອພະຍາດ Covid-19. ນອກນັ້ນ ແມ່ນຊ່ວຍເຫລືອຄອບຄົວປະສົບກັບຄວາມຫຍຸ້ງຍາກ ຖືກຜົນສະທ້ອນຈາກ ເຊື້ອພະຍາດດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top