ຂ່າວສານ

ຫລາຍທ້ອງຖິ່ນຢູ່ຫວຽດນາມ ປຸກລະດົມເດື່ອນເຄື່ອນໄຫວເພື່ອກຳມະກອນ

      ໃນເດືອນ ພຶດສະພານີ້ ມີການເຄື່ອນໄຫວຫລາຍຢ່າງຈັດຂຶ້ນຢູ່ບັນດາກຳມະບານຮາກຖານຢູ່ ນະຄອນ ໂຮ່ຈີມິນ ພິເສດແມ່ນການເຄື່ອນໄຫວເບິ່ງແຍງ ຊ່ວຍເຫລືອ ກຳມະບານ ຄົນງານ ທີ່ປະສົບກັບຄວາມຫຍຸ້ງຍາກ 
ພາບປະກອບ:dangcongsan.vn
      ຕອນເຊົ້າວັນທີ 25 ເມສາ, ສະຫະພັນແຮງງານ ນະຄອນ ໂຮ່ຈີມິນ ຈັດຕັ້ງພິທີໄຂ “ເດືອນເຄື່ອນໄຫວເພື່ອກຳມະກອນ” ປີ 2021. ໃນເດືອນ ພຶດສະພານີ້ ມີການເຄື່ອນໄຫວຫລາຍຢ່າງຈັດຂຶ້ນຢູ່ບັນດາກຳມະບານຮາກຖານຢູ່ ນະຄອນ ໂຮ່ຈີມິນ ພິເສດແມ່ນການເຄື່ອນໄຫວເບິ່ງແຍງ ຊ່ວຍເຫລືອ ກຳມະບານ ຄົນງານ ທີ່ປະສົບກັບຄວາມຫຍຸ້ງຍາກ ພ້ອມທັງລະດົມຄົນງານເຂົ້າຮ່ວມການແຂ່ງຂັນພັດທະນາ, ເສີມຂະຫຍາຍກຳລັງຄວາມສາມາດ, ເຕັກນິກໃນການອອກແຮງງານທຳການຜະລິດ.
ຢູ່ ນະຄອນ ຫາຍຟ່ອງ, ຕອນເຊົ້າວັນດຽວກັນ ກຳມະບານເຂດເສດຖະກິດ ຫາຍຟ່ອງ ໄດ້ໄຂເດືອນເຄື່ອນໄຫວເພື່ອກຳມະກອນປີ 2021 ດ້ວຍການເຄື່ອນໄຫວຫລາຍຢ່າງເພື່ອຄົນງານພວມເຮັດວຽກຢູ່ບັນດາວິສາຫະກິດໃນເຂດເສດຖະກິດ, ເຂດອຸດສາຫະກຳຂອງນະຄອນ.
ກ່ອນນັ້ນຕອນບ່າຍວັນທີ 24 ເມສາ, ສະຫະພັນແຮງງານ ນະຄອນ ດາຫນັງ ກໍ່ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອກຳມະກອນເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)


top