ຂ່າວສານ

ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ປຶກ​ສາ​ຫາ​ລື​ແບບ​ທາງ​ໄກ​ກ່​ຽວ​ກັບ​ບັນ​ດາ​ບັນ​ຫາ​​ທີ່ກ່ຽວ​ຂ້ອງ​ເຖິງ​ເສດ​ຖະ​ກິດ

ຕອນບ່າຍວັນທີ 11 ມັງກອນ, ສະພາແຫ່ງຊາດໄດ້ອັດກອງປະຊຸມ, ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ 1 ສະບັບ ແລະ ມະຕິ 4 ສະບັບ.
ກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ຕາມລາຍການເຮັດວຽກຂອງກອງປະຊຸມວິສາມັນຄັ້ງທີ 1 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 10 ມັງກອນ, ສະພາແຫ່ງຊາດໄດ້ປຶກສາຫາລືແບບທາງໄກກ່ຽວກັບຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ, ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການປະມູນ, ກົດໝາຍວ່າດ້ວຍພະລັງງານໄຟຟ້າ, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍອາກອນຈຳໜ່າຍ ພິເສດ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກໄລຍະ 2021 – 2025.

ຕອນບ່າຍວັນທີ 10 ມັງກອນ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືທາງໄກກ່ຽວກັບແຜນນະໂຍບບາຍລົງທຶນໂຄງການກໍ່ສ້າງກິດຈະກຳເສັ້ນທາງຄວາມໄວສູງເໜືອ-ໃຕ້ ທິດຕາເວັນອອກ ໄລຍະ 2021 – 2025. ໂຄງການມີລວງຍາວເກືອບ 730 ກມ, ໄດ້ແບ່ງເປັນ 12 ໂຄງການປະກອບເຄື່ອນໄຫວເອກະລາດ.

        ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຕໍ່ລັດຖະບານ ກ່ຽວກັບການນຳໃຊ້ການລົງທຶນສາທາລະນະ ເພື່ອຍູ້ໄວຄວາມຄືບໜ້າຂອງໂຄງການ, ເພື່ອໜູນຊ່ວຍລະດັບການຟື້ນຟູເສດຖະກິດ. ຕາມໃບສະເໜີຂອງລັດຖະບານ ກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງໂຄງການດັ່ງກ່າວ, ຄາດວ່າຍອດເງິນລົງທຶນໃນເບື້ອງຕົ້ນຂອງ 12 ໂຄງການປະກອບປະມານ 150 ຕື້ດົ່ງ. ເລີ່ມກໍ່ສ້າງໃນກາງປີ 2023, ສຳເລັດບັນດາໂຄງການໃນປີ 2025.

ຕອນບ່າຍວັນທີ 11 ມັງກອນ, ສະພາແຫ່ງຊາດໄດ້ອັດກອງປະຊຸມ, ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍ 1 ສະບັບ ແລະ ມະຕິ 4 ສະບັບ.

(ແຫຼ່ງຄັດຈາກ VOV)


top