ຂ່າວສານ

ສ​ປ​ປ.ເກົາຫຼີ​ ປະ​ກາດ​ຈະ​ປິດ​ຫ້ອງ​ການ​ຕິດ​ຕໍ່​ພ​ົ​ວ​ພັນ​ລະ​ຫວ່າງ ສ.ເກົາຫຼີ - ສ​ປ​ປ.ເກົາຫຼ​ີ

ໃນວັນທີ 4 ມິຖຸນາ, ສປປ.ເກົາຫຼີກໍ່ໄດ້ສະແດງຄວາມບໍ່ພໍໃຈກ່ຽວກັບການຫວ່ານໃບປິວ ແລະ ກ່າວເຕືອນວ່າ ອາດຈະຍົກເລີກສົນທິສັນຍາການທະຫານ 19 ກັນຍາ.

ຫ້ອງການຕິດຕໍ່ພົວພັນລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ 

ວັນທີ 5 ມິຖຸນາ, ໂຄສົກກະຊວງແນວໂຮມເອກະພາບ ສປປ.ເກົາຫຼີ ໂດຍເປັນອົງການຮັບຜິດຊອບບັນດາບັນຫາລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີ ໄດ້ປະກາດວ່າ ຍ້ອນຝ່າຍ ສ.ເກົາຫຼີ ປະໃຫ້ບັນດາກຸ່ມຄົນລົບໜີປະເທດຫວ່ານໃບປິວຕ້ານ ສປປ.ເກົາຫຼີ ຢູ່ລຽບຕາມເສັ້ນຊາຍແດນລະຫວ່າງສອງປະເທດ, ດັ່ງນັ້ນພຽງຢາງຈະປິດຫ້ອງການຕິດຕໍ່ພົວພັນລວມລະຫວ່າງ ສ.ເກົາຫຼີ - ສປປ.ເກົາຫຼີຢູ່ Gaesong.

        ຂໍ້ມູນດັ່ງກ່າວຫາກໍ່ໄດ້ ເອົາລົງໃນເວັບໄຊຂອງສຳນັກຂ່າວສານ ສປປ.ເກົາຫຼີ (KCNA). ກ່ອນໜ້ານັ້ນ, ໃນວັນທີ 4 ມິຖຸນາ, ສປປ.ເກົາຫຼີກໍ່ໄດ້ສະແດງຄວາມບໍ່ພໍໃຈການຫວ່ານໃບປິວ ແລະ ກ່າວເຕືອນວ່າ ອາດຈະຍົກເລີກສົນທິສັນຍາການທະຫານ 19 ກັນຍາ.

        ກ່ຽວກັບບັນດາດັ່ງກ່າວ, ໂຄສົກກະຊວງທ້ອນໂຮມປະເທດຊາດ ແຫ່ງຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ ເຊີອູນພວມກະກຽມສ້າງຕັ້ງປະມວນກົດໝາຍທີ່ກ່ຽວຂ້ອງເຖິງການຫ້າມບໍ່ໃຫ້ ຫວ່ານໃບປິວຕ້ານ ສປປ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


top