ຂ່າວສານ

ສ​ປ​ປ.ເກົາຫຼີ - ຈີນ ເຊື່ອມ​ຕໍ່​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຄືນ​ໃໝ່ ພາຍຫຼັງ​ 5 ປີ ​ຢຸດ​ສະຫຼັກ​

ບັນດາລາຍການທ່ອງທ່ຽວຈາກ ສປປ.ເກົາຫຼີ ໄປຍັງ ຈີນ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ນັບແຕ່ອາທິດໜ້າເປັນຕົ້ນໄປ, ພາຍຫຼັງ 5 ປີຢຸດສະງັກ ຍ້ອນໂລກລະບາດໂຄວິດ 19.
ສະໜາມຫຼວງ ກິມເຍິດແທັ່ງ, ສປປ.ເກົາຫຼີ (ພາບ: TTXVN)

ບັນດາບໍລິສັດທ່ອງທ່ຽວທີ່ມີສຳນັກງານຕັ້ງຢູ່ ຈີນ ໃຫ້ຮູ້ວ່າ ບັນດາລາຍການທ່ອງທ່ຽວຈາກ ສປປ.ເກົາຫຼີ ໄປຍັງ ຈີນ ໄດ້ຮັບການເຊື່ອມຕໍ່ຄືນໃໝ່ນັບແຕ່ອາທິດໜ້າເປັນຕົ້ນໄປ, ພາຍຫຼັງ 5 ປີຢຸດສະງັກ ຍ້ອນໂລກລະບາດໂຄວິດ 19. ເຖິງຢ່າງໃດກໍຕາມ, ປັດຈຸບັນ ພຽງຢາງ ພຽງແຕ່ອະນຸຍາດໃຫ້ແຂກທ່ອງທ່ຽວສາກົນມາຢ້ຽມຢາມ Rason, ເຂດເສດຖະກິດພິເສດເທົ່ານັ້ນ. ບາງກຸ່ມບໍລິສັດທ່ອງທ່ຽວໄດ້ເລີ່ມຮັບໃບຈົດທະບຽນລາຍການທ່ອງທ່ຽວ ພາຍຫຼັງທີ່ພາລະກອນມາຢ້ຽມຢາມ Rason ແລະ ປຶກສາຫາລືລາຍລະອຽດກັບບັນດາເຈົ້າໜ້າທີ່ ສປປ.ເກົາຫຼີ.

ລາຍການທ່ອງທ່ຽວທຳອິດ ແມ່ນໄດ້ດຳເນີນແຕ່ວັນທີ 24 ກຸມພາ, ໃນຂະນະທີ່ບໍລິສັດ Koryo Tours  ມີແຜນການຈັດບັນດາລາຍການທ່ອງທ່ຽວແຕ່ເດືອນ ມີນາ. ຜູ້ເຂົ້າຮ່ວມຈະໄດ້ຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ, ໂຮງຮຽນ, ໂຮງງານ ແລະ ທະນາຄານແຫ່ງໜຶ່ງ.


top