ຂ່າວສານ

ສ​ປ​ປ ເກົາຫຼີ ກ່າວ​ເຕືອນ​ຂໍ້​ຕົກ​ລົງ ອາ​ເມ​ລິ​ກາ-ສ.​ເກົາຫຼີ ຈະ​ເຮັດ​ໃຫ້​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ໜັກ​ໜ່ວງ​ຂຶ້ນ​ຕື່ມ

ຂໍ້ຕົກລົງທີ່ບັນລຸໄດ້ຂອງກອງປະຊຸມສຸດຍອດ ອາເມລິກາ-ສ.ເກົາຫຼີ ເມື່ອວັນທີ 26 ເມສາ ທີ່ຜ່ານມາ ຈະເຮັດໃຫ້ສະພາບຂາດສະຖຽນລະພາບຮ້າຍແຮງກ່ວາ.
ທ່ານນາງ Kim Yo-jong ນ້ອງສາວຂອງການນຳ Kim Jong Un (ພາບ: Yonhap)

ວັນທີ 29 ເມສາ, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ ໃຫ້ຂ່າວວ່າ, ທ່ານນາງ Kim Yo-jong ນ້ອງສາວຂອງການນຳ Kim Jong Un ໄດ້ກ່າວເຕືອນວ່າ: ຂໍ້ຕົກລົງທີ່ບັນລຸໄດ້ຂອງກອງປະຊຸມສຸດຍອດ ອາເມລິກາ-ສ.ເກົາຫຼີ ເມື່ອວັນທີ 26 ເມສາ ທີ່ຜ່ານມາ ຈະເຮັດໃຫ້ສະພາບຂາດສະຖຽນລະພາບຮ້າຍແຮງກ່ວາ ແລະ ທ່ານນາງຢັງຢືນວ່າ, ລາຍການສະແດງການທະຫານ ແລະ ພັດທະນາອາວຸດຂອງປະເທດນີ້ ຈະສືບຕໍ່ດຳເນີນໄປ ເພື່ອສຳເລັດຄວາມສາມາດ “ນາບຂູ່ສົງຄາມນິວເຄຼຍ” ກ່ວາອີກ.

ປະຕິກິລິຍາຂອງ ສປປ ເກົາຫຼີ ໄດ້ຍົກອອກມາ ພາຍຫຼັງທີ່ປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພວມຢູ່ຢ້ຽມຢາມ ວິຊິງຕັນ ເປັນເວລາ 6 ວັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ-ສ.ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງການພົວພັນສຳພັນທະມິດ. ທີ່ບັນດາກະພົບປະ, ປະທານາທິບໍດີ ສ.ເກົາຫຼີ ຖືວ່າ ສຳພັນທະມິດ ອາເມລິກາ-ສ.ເກົາຫຼີ ຕ້ອງສາມັກຄີກັນ ເພື່ອຮັບມືກັບບັນດາໄພນາບຂູ່ຈາກ ສປປ ເກົາຫຼີ. ໃນຂະນະນັ້ນ, ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາ ສະໜອງໃຫ້ ສ.ເກົາຫຼີ ວິທີມອງເຫັນທີ່ເລິກເຊິ່ງກວ່າອີກ ກ່ຽວກັບແຜນການນິວເຄຼຍ ເພື່ອຮັບມືກັບບໍ່ວ່າການປະທະກັນໃດຈາກ ສປປ ເກົາຫຼີ ໃນສະພາບການໄດ້ເກີດຄວາມວິຕົກກັງວົນ ກ່ຽວກັບໂຄງການນິວເຄຼຍທີ່ນັບມື້ນັບເພິ່ມຂຶ້ນຂອງ ພຽງຢ່າງ.


top