ຂ່າວສານ

ສ​ປ​ຊ: ໄພ​ອຶດ​ຫິວ​ຢູ່ ກາ​ຊາ ໄດ້​ຢຸດ​ຕິ​ແລ້ວ ແຕ່​ຍັງ​ຢູ່​ໃນ​ລະ​ດັບ​ກ່າວ​ເຕືອນ

ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນ້ຳຖ້ວມຍາມລບະດູໜາວ ແລະ ມີອູນຫະພູນຫລຸດລົງຫຼາຍ.
  (ພາບປະກອບ)  

ວັນທີ 19 ທັນວາ,  ສປຊ ໃຫ້ຮູ້ວ່າ ໄພອຶດຫິວເຄີຍໄດ້ປະກາດຢູ່ເຂດ ກາຊາ ເມື່ອເດືອນສິນຫາຜ່ານມາ ໄດ້ສິ້ນສຸດລົງຢ່າງເປັນທາງການ ຍ້ອນຄວາມສາມາດເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳໄດ້ຮັບການປົວແປງ ພາຍຫຼັງຄຳສັ່ງຢຸດຍິງ. ແຕ່ເຖິງແນວນັ້ນກໍ່ຕາມ, ອົງການນີ້ຍັງເນັ້ນໜັກວ່າ ສະພາບທັນຍາຫານຢູ່ເຂດດິນແດນ ປາແລັດສະຕິນ ຍັງ “ຮ້າຍແຮງທີ່ສຸດ”.

  ຕາມຂໍ້ລິເລີ່ມຈັດແບ່ງການຄ້ຳປະກັນດ້ານສະບຽງອາຫານປະສົມ(IPC),  ປະຈຸບັນ, ບໍ່ມີເຂດໃນຢູ່ເຂດ ກາຊາ ຖືກຈັດເຂົ້າໃນລະດັບ “ໄພອຶດຫິວ ແຕ່ທົ່ວເຂດ ກາຊາ ຍັງນອນໃນ “ສະພາບສຸກເສິນ”. ປະຊາກອນປະມານ 70% ພວມດຳລົງຊີວິດໃນບັນດາເຂດລີ້ໄພຊົ່ວຄາວ, ຕ້ອງປະເຊີນໜ້າກັບໄພອຶດຫິວທີ່ແກ່ຍາວ, ໄພເກີດນ້ຳຖ້ວມຍາມລບະດູໜາວ ແລະ ມີອູນຫະພູນຫລຸດລົງຫຼາຍ.


top