ຂ່າວສານ

ສ​ປ​ຊ ແລະ ຕວກ​ກີ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ​ທະ​ເລ​ດຳ

ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ສົ່ງຈົດໝາຍສະບັບໜຶ່ງ ໄປຍັງປະທານາທິບໍດີ ລັດເຊຍ Vladimir Putin ເພື່ອເຕື້ອງເຖິງບັນດາແນວຄວາມຄິດ ກ່ຽວກັບວິທີການປະຕິບັດຂໍ້ຕົກລົງທັນຍາຫານ.
   ກຳປັ່ນຂົນສົ່ງທັນຍາຫານ ຢູ່ Istanbul, ຕວກກີ ວັນທີ 7/8/2022 (ພາບ: THX/TTXVN)  

ວັນທີ 28 ເມສາ, ທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານນາທິບໍດີ ຕວກກີ Recep Tayyip Erdogan ເພື່ອປຶກສາຫາລືກ່ຽວກັບຂໍ້ເລີ່ມທັນຍາຫານທະເລດຳ. ສອງທ່ານໄດ້ປຶກສາຫາລືກ່ຽວກັບ “ວິທີການຮັບປະກັນການປົວແປງ, ເປີດກ້ວາງ ແລະ ຕໍ່ກຳນົດເວລາ” ຂໍ້ຕົກລົງວ່າດ້ວຍການອະນຸຍາດສົ່ງອອກທັນຍາຫານຂອງ ຢູແກຼນ ຈາກ ທະເລດຳ ໂດຍປອດໄພ. ການນຳສອງຝ່າຍຍັງປຶກສາຫາລືກ່ຽວກັບວິທິເພີ່ມການສົ່ງອອກສະບຽງອາຫານ ແລະ ປຸ່ຍຂອງ ລັດເຊຍ ອອກສູ່ຕະຫຼາດໂລກ.

ໃນຕົ້ນອາທິດນີ້, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ໄດ້ສົ່ງຈົດໝາຍສະບັບໜຶ່ງ ໄປຍັງປະທານາທິບໍດີ ລັດເຊຍ Vladimir Putin ເພື່ອເຕື້ອງເຖິງບັນດາແນວຄວາມຄິດ ກ່ຽວກັບວິທີການປະຕິບັດຂໍ້ຕົກລົງທັນຍາຫານ. ບັນດາສານທີ່ຄ້າຍຄືກັນ ກໍ່ໄດ້ສົ່ງໄປຍັງ ຢູແກຼນ ແລະ ຕວກກີ.


top