ຂ່າວສານ

ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ຮັບ​ຮອງ​ເອົາ​ສົນທິສັນ​ຍາ​ປົກ​ປັກ​ຮັກ​ສາ​ທະ​ເລ​ສາ​ກົນ

ວັນທີ 2 ມີນາ, ໃນສານທີ່ສົ່ງໄປຍັງບັນດານັກເຈລະຈາໃນຂອບເຂດກອງປະຊຸມລະຫວ່າງລັດຖະບານຄັ້ງທີ 6 (IGC6) ທີ່ໄດ້ດຳເນີນໃນລະຫວ່າງວັນທີ 20 ກຸມພາ ຫາ ວັນທີ 3 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເລັ່ງບັນດາປະເທດເຫັນດີເປັນເອະພາບຕໍ່ສົນທິສັນຍາແນໃສ່ປົກປັກຮັກສາເຂດທະເລສາກົນ.
  ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN)  
ຕາມທ່ານ Antonio Guterres ແລ້ວບັນດາຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ການເສຍຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະ ມົນລະພິດ ພວມຮູ້ສຶກໄດ້ຢ່າງຈະແຈ້ງໃນທົ່ວໂລກ, ມີຜົນສະທ້ອນຕໍ່ສິ່ງແວດລ້ອມ, ການຫາເງິນລ້ຽງຊີບ ແລະ ການດຳລົງຊີວິດຂອງມວນມະນຸດ. ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ຖ້າກອງປະຊຸມຮັບຮອງເອົາຂໍ້ຕົກລົງ ທີ່ແຮງກ້າ ແລະ ມີຄວາມມຸ່ງມາດປາດຖະໜາ”, ໂລກອາດຈະບັນລຸໄດ້ບາດກ້າວຄຳສັນ, ຕ່າວປິ້ນທ່າອ່ຽງນີ້ ແລະ ປົກປັກຮັກສາຄວາມສະອາດຂອງບັນດາມະຫາສະໝຸດໃຫ້ແກ່ຄົນລຸ້ນຕໍ່ໆໄປ.

top