ຂ່າວສານ

ສ​ປ​ຊ- ປະ​ພາ​ຄານ​ທົ່ວ​ໂລກ

ໃນ 8 ທົດສະວັດທີ່ຜ່ານມາ, ຍາມໃດ ສປຊ ກໍ່ສວມບົດບາດເປັນເສົາຄ້ຳ ຮັກສາສັນຕິພາບຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ, ປົກປ້ອງສິດທະມະນຸດ ແລະ ລະດົມການໂອ້ລົມສົນທະນາ ແທນໃຫ້ການສູ້ຢັນກັນ.
(ພາບ: TTXVN)

 ວັນທີ 24 ຕຸລາ, ແມ່ນຂີດໝາຍ 80 ປີແຫ່ງວັນສ້າງຕັ້ງ ສປຊ (24/10/1945 – 24/10/2025), ອົງການຫຼາຍຝ່າຍໃຫ່ຍທີ່ສຸດໃນໜ່ວຍພິພົບ, ດ້ວຍພາລະກຳອັນສູງສົ່ງ: ນຳມວນມະນຸດຫລຸດພົ້ນອອກຈາກຜົນຕາມມາຂອງສົງຄາມ, ມຸ່ງໄປເຖິງໂລກແຫ່ງສັນຕິພາບ, ພັດທະນາ ແລະ ວັດຖະນາຖາວອນ.

     ໃນ 8 ທົດສະວັດທີ່ຜ່ານມາ, ຍາມໃດ ສປຊ ກໍ່ສວມບົດບາດເປັນເສົາຄ້ຳ ຮັກສາສັນຕິພາບຄວາມໝັ້ນຄົງ, ຊຸກຍູ້ການພັດທະນາແບບຍືນຍົງ, ປົກປ້ອງສິດທະມະນຸດ ແລະ ລະດົມການໂອ້ລົມສົນທະນາ ແທນໃຫ້ການສູ້ຢັນກັນ. ອົງການນີ້ບໍ່ພຽງແຕ່ແມ່ນລະບອບລະບຽບການສາກົນເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງຄວາມໄວ້ວາງໃຈ ແລະ ຄວາມຫວັງຂອງມວນມະນຸດ ໃນບັນດາໄລຍະຫຍຸ້ງຍາກທີ່ສຸດຂອງປະຫວັດສາດອີກດ້ວຍ.

  ກ້າວເຂົ້າສູ່ສັດຕະວັດທີ XXI, ເຖິງວ່າຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫ່ຍນາໆປະການ ແຕ່ບົດບາດຂອງ ສປຊ ໃນການຮັກສາສັນຕິພາບ ແລະ ກຳນົດກົດລະບຽບສາກົນ ອີງຕາມຂໍ້ກຳນົດກົດລະບຽບ ຍັງຄົງແມ່ນພື້ນຖານທີ່ບໍ່ສາມາດປ່ຽນແທນໄດ້. ແລະໃນວິວັດການ 80 ປີທີ່ເຕັມໄປດ້ວຍການທົດສອບນັ້ນ, ສປຊ ຍັງຢືນຢູ່ຢ່າງໝັ້ນຄົງໜັກແໜ້ນ ເໝືອນກັບ “ປະພາຄານທົ່ວໂລກ” ເຍືອງທາງໃຫ້ມວນມະນຸດ ມຸ່ງໄປສູ່ສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.


top