ຂ່າວສານ

ສ້​າງ​ພື້ນ​ຖານ​ສື່ມວນ​ຊົນ ຫວຽດ​ນາມ ໃຫ້​ທັນ​ສະ​ໄໝ, ເປັນ​ມື​ອາ​ຊີບ, ຫຼາຍ​ພື້ນ​ຖານ, ຫຼາຍ​ພາ​ຫະ​ນະ

ວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖາບັນບຳລຸງສ້າງສື່ມວນຊົນ ແລະ ການສື່ສານ (ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ) ໄດ້ສົມທົບກັບວາລະສານຖະແຫຼງຂ່າວ ແລະ ສື່ສານຈັດກອງປະຊຸມສຳມະນາ “ຫັນ ສື່ມວນຊົນຫວຽດນາມ ເປັນດີຈີຕອນ- ບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ”.
    
  ທ່ານເລກວັກມີງ, ບັນນາທິການໃຫຍ່ໜັງສືພິມ ເຍິນເຢິນ - ປະທານສະມາຄົມນັກຂ່າວ ຫວຽດນາມ   

ກອງປະຊຸມສຳມະນາມີການເຂົ້າຮ່ວມປຶກສາຫາລື, ປະກອບຄຳເຫັນຂອງບັນດານັກຊ່ຽວຊານ, ນັກຂ່າວ, ນັກຄົ້ນຄ້ວາໃນຂົງເຂດການຖະແຫຼງຂ່າວ - ສື່ມວນຊົນ. ກອງປະຊຸມໄດ້ລົງເລິກບັນຫາຜັນຂະຫຍາຍການກໍ່ສ້າງພື້ນຖານສື່ມວນຊົນ ຫວຽດນາມ ໃຫ້ທັນສະໄໝ, ເປັນມືອາຊີບ, ຫຼາຍພື້ນຖານ, ຫຼາຍພາຫະນະ, ເໝາະສົມກັບທ່າອ່ຽງພັດທະນາຂອງເຕັກໂນໂລຢີດີຈີຕອນ, ສື່ມວນຊົນໂລກ.

ກອງປະຊຸມລວມມີ 2 ວາລະດ້ວຍບັນດາຫົວຂໍ້ຄື: “ຍຸດທະສາດຫັນ ສື່ມວນຊົນເປັນດີຈີຕອນ- ວິໄສທັດປີ 2030” ແລະ “ຫັນ ສື່ມວນຊົນ ຫວຽດນາມ ເປັນດີຈີຕອນ- ບັນດາຈຸດສັງເກດຈາກພຶດຕິກຳຕິວຈິງ”.  ບົດປະກອບຄຳເຫັນຂອງບັນດານັກຊ່ຽວຊານ, ນັກຄຸ້ມຄອງສື່ມວນຊົນ, ນັກຂ່າວຢູ່ກອງປະຊຸມສຳມະນາ ໄດ້ສຸມໃສ່ບາງຫົວຂໍ້ຄື: ສື່ມວນຊົນດີຈີຕອນ - ຫວນຄືນ 30 ປີແຫ່ງວັນຄົ້ນຄ້ວາ ແລະ ແງ່ຫວັງໃນພາຍພາກໜ້າ, ການຄຸ້ມຄອງບໍລິສັດຢູ່ບາງອົງການສື່ມວນຊົນໃນສະພາບການຫັນເປັນດີຈີຕອນ, ຮູບແບບລວມກອງບັນນາທິການໃນສະພາບການຫັນເປັນດີຈີຕອນໃນປັດຈຸບັນ…


top