ຂ່າວສານ

ສ້າງ​​ແລວທ່ອງ​ທ່ຽວທີ່​ປອດ​ໄພ ລະ​ຫວ່າງ ຮ່າ​ໂນ້ຍກັບ​ທ້ອງ​ຖິ່ນ​ຕ່າງໆ

 ຕອນບ່າຍວັນທີ 17 ທັນວາ, ຢູ່ຮ່າໂນ້ຍ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມເຊື່ອມຕໍ່ການທ່ອງທ່ຽວລະຫວ່າງ ຮ່າໂນ້ຍ ກັບທ້ອງຖິ່ນຕ່າງໆ ດ້ວຍຫົວຂໍ້ “ສ້າງແລວທ່ອງທ່ຽວທີ່ປອດໄພລະຫວ່າງ ຮ່າໂນ້ຍ ກັບ ທ້ອງຖິ່ນຕ່າງໆ.”
(ພາບ: TTXVN)

ທີ່ກອງປະຊຸມ, 12 ແຂວງ, ນະຄອນ ເຊິ່ງລວມມີ: ຮ່າໂນ້ຍ, ກວາງນິງ, ຫາຍຟ່ອງ, ນິງບິງ, ແທັງຮວ໊າ, ເງະອານ, ຮວ່າບິ່ງ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລ່າວກາຍ ແລ ຮ່າຢາງ ຂອງ ຫວຽດນາມ ໄດ້ເຫັນດີເປັນເອກະພາບສ້າງແລວທ່ອງທ່ຽວທີ່ປອດໄພ. ບັນດາທ້ອງຖິ່ນທີ່ນອນໃນແລວທ່ອງທ່ຽວທີ່ປອດໄພນີ້ ໄດ້ເຫັນດີພ້ອມກັນກວດກາຄືນ, ເປັນເອກະພາບຕໍ່ຂໍ້ກຳນົດກ່ຽວກັບການໄປມາຫາສູ່, ການທ່ຽວຊົມຢູ່ສະຖານທີ່ທ່ອງທ່ຽວລະອຽດ ເພື່ອໃຫ້ວິສາຫະກິດ ແລະ ແຂກທ່ອງທ່ຽວ ສາມາດເປັນເຈົ້າການຂຶ້ນແຜນການ ແລະ ຈັດຕັ້ງລາຍການທ່ອງທ່ຽວທີ່ປອດໄພ, ມີປະສິດທິຜົນ, ພາຍຫຼັງທີ່ຖືກຢຸດສະງັກມາເປັນໄລຍະຍາວ ຍ້ອນໂລກລະບາດໂຄວິດ - 19. ທ່ານນາງ ດັ້ງເຮືອງຢາງ - ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ນະຄອນ ຮ່າໂນ້ຍ ຖືວ່າ:

        “ປັດຈຸບັນ, ທ້ອງຖິ່ນຕ່າງໆໄດ້ກຽມພ້ອມ ແລະ ທຸກຄົນກໍຮູ້ສຶກດີໃຈຕໍ່ການສ້າງແລວທ່ອງທ່ຽວປອດໄພນີ້ຂຶ້ນມາ. ຮ່າໂນ້ຍ ແມ່ນທ້ອງຖິ່ນລິເລີ່ມ ແລະ ຮຽກຮ້ອງປຸກລະດົມບັນດາແຂວງ, ນະຄອນເຊື່ອມຕໍ່ນຳກັນ ຍ້ອນວ່າການທ່ອງທ່ຽວແມ່ນການຮ່ວມສຳພັນລະຫວ່າງຂະແໜງການ, ລະຫວ່າງເຂດພາກ ແລະ ບໍ່ອາດຢືນຢູ່ໂດດດ່ຽວໄດ້. ເພາະສະນັ້ນ, ພວກຂ້າພະເຈົ້າ ຈຶ່ງປຸກລະດົມລາຍການ ແລະ ແຂວງ, ທ້ອງຖິ່ນຕ່າງໆກໍຕອບສະໜອງເປັນຢ່າງດີ ເມື່ອເປັນແນວນັ້ນ ພວກຂ້າພະເຈົ້າຈຶ່ງສາມາດຟື້ນຟູການເຄື່ອນໄຫວທ່ອງທ່ຽວຄືນໃໝ່ໄດ້ພາຍຫຼັງຖືກຢຸດສະງັກມາເປັນເວລາະຍາວນານ ຍ້ອນໂລກລະບາດ”.

(ແຫຼ່ງຄັດຈາກ VOV)


top