ຂ່າວສານ

ສ້າງ​ເມືອງ ​ເຈື່ອງ​ຊາ ໃຫ​້ກາຍ​ເປັນສູນ​ເສດ​ຖະ​ກິດ-ວັດ​ທະ​ນະ​ທຳ-ສັງ​ຄົມ​​ໃນ​ທະ​ເລ

ທ່ານ ຮ່າກວັກຈິ, ຮອງເລຂາພັກແຂວງ ແຄັງຮ່ວາ ສະເໜີວ່າ ໃນໄລຍະຈະມາເຖິງ, ເມືອງເກາະເຈື່ອງຊາ ຈະສືບຕໍ່ປະຕິບັດການຊາບຊຶມບັນດາແຜນນະໂຍບາຍ, ແນວທາງການເມືອງ, ການທະ ຫານ, ເສດຖະກິດ, ການຕ່າງປະເທດຂອງພັກ, ລັດ, ກອງທັບຢ່າງເລິກເຊິ່ງ;
   (ພາບ: baokhanhhoa.vn)  
ວັນທີ 9 ທັນວາ, ເມືອງເຈື່ອງຊາ, ແຂວງແຄງຮ່ວາ ໄດ້ຈັດພິທີສະເຫຼີມສະຫຼອງ 40 ປີແຫ່ງວັນມູນເຊື້ອຂອງເມືອງ (9/12/1982 - 9/12/2022) ແລະ ຕອ້ນຮັບຫຼຽນໄຊແຮງງານຊັ້ນ 1. 40 ປີຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ປຊຊ ທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ…. ເມືອງເກາະເຈື່ອງຊາ ໄດ້ພັດທະນາໃນທຸກດ້ານ. ກ່າວຄຳເຫັນທີ່ພິທີ, ທ່ານ ຮ່າກວັກຈິ, ຮອງເລຂາພັກແຂວງ ແຄັງຮ່ວາ ສະເໜີວ່າ ໃນໄລຍະຈະມາເຖິງ, ເມືອງເກາະເຈື່ອງຊາ ຈະສືບຕໍ່ປະຕິບັດການຊາບຊຶມບັນດາແຜນນະໂຍບາຍ, ແນວທາງການເມືອງ, ການທະ ຫານ, ເສດຖະກິດ, ການຕ່າງປະເທດຂອງພັກ, ລັດ, ກອງທັບຢ່າງເລິກເຊິ່ງ; ສົມທົບກັບບັນດາກຳລັງ ປະຕິບັດບັນດາໜ້າທີ່ໄດ້ຮັບມອບໝາຍ, ຮັບປະກັນໃຫ້ເຂດໝູ່ເກາະເຈື່ອງຊາ ມີຄວາມປອດໄພຢ່າງແທ້ຈິງ, ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ຊາວປະມົງ ເພື່ອໃຫ້ເຂົາເຈົ້າອຸ່ນອ່ຽນໃຈຕິດພັນກັບທະເລ…

top