ຂ່າວສານ

ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຂົງເຂດ​ເສດ​ຖະ​ກິດ​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ໃນຊຸມປີຜ່ານມາ, ຂົງເຂດເສດຖະກິດມີເງິນລົງທຶນຈາກຕ່າງປະເທດໄດ້ຮັບຖືວ່າແມ່ນພາກສ່ວນທີ່ສຳຄັນຂອງພື້ນຖານເສດຖະກິດ ຫວຽດນາມ, ໄດ້ຮັບການສົ່ງເສີມ, ສ້າງເງື່ອນໄຂພັດທະນາຍາວນານ, ຮ່ວມມື ແລະ ແກ້ງແຍ້ງກັບບັນດາຂົງເຂດເສດຖະກິດອື່ນໆຢ່າງປອດໄສ. ຢູ່ກອງປະຊຸມນາຍົກລັດຖະມົນຕີ ກັບວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ ດ້ວຍຫົວຂໍ້ “ຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ, ຮ່ວມມືພັດທະນາ” ໃນທ້າຍອາທິດຜ່ານມາ, ລັດຖະບານ ຫວຽດນາມ ສືບຕໍ່ຢັ້ງຢືນການປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງນັກລົງທຶນ.

ໃນຊຸມປີຜ່ານມາ, ຂົງເຂດເສດຖະກິດມີເງິນລົງທຶນຈາກຕ່າງປະເທດໄດ້ຮັບຖືວ່າແມ່ນພາກສ່ວນທີ່ສຳຄັນຂອງພື້ນຖານເສດຖະກິດ ຫວຽດນາມ, ໄດ້ຮັບການສົ່ງເສີມ, ສ້າງເງື່ອນໄຂພັດທະນາຍາວນານ, ຮ່ວມມື ແລະ ແກ້ງແຍ້ງກັບບັນດາຂົງເຂດເສດຖະກິດອື່ນໆຢ່າງປອດໄສ. ຢູ່ກອງປະຊຸມນາຍົກລັດຖະມົນຕີ ກັບວິສາຫະກິດມີເງິນລົງທຶນຈາກຕ່າງປະເທດ ດ້ວຍຫົວຂໍ້ “ຜ່ານຜ່າສິ່ງທ້າທາຍ, ຍາດແຍ່ງກາລະໂອກາດ, ຮ່ວມມືພັດທະນາ” ໃນທ້າຍອາທິດຜ່ານມາ, ລັດຖະບານ ຫວຽດນາມ ສືບຕໍ່ຢັ້ງຢືນການປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງນັກລົງທຶນ.

    

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ການເຄື່ອນໄຫວລົງທຶນຈາກຕ່າງປະເທດ ຢູ່ ຫວຽດນາມ ນັມມື້ນັບຟົດຟື້ນ, ມີຫຼາຍກຸ່ມບໍລິສັດນາໆຊາດ, ວິສາຫະກິດໃຫຍ່ ດ້ວຍເຕັກໂນໂລຢີທັນສະໄໝ ໄດ້ມາລົງທຶນຢູ່ ຫວຽດນາມ. ຂອບຂະໜາດເງິນລົງທຶນ ແລະ ຄຸນນະພາບຂອງໂຄງການໄດ້ເພີ່ມຂຶ້ນ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຍົກສູງລະດັບ, ກຳລັງຄວາມສາມາດໃນການຜະລິດ, ເພີ່ມງົບປະມານແຫ່ງລັດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ, ປ່ຽນແປ່ງໃໝ່ຮູບການເຕີບໂຕ, ຍົກສູງທີ່ຕັ້ງ ແລະ ອິດທິພົນ ຫວຽດນາມ ບົນເວທີສາກົນ.

ມີວິສາຫະກິດຕ່າງປະເທດເກືອບ 70% ຄາດວ່າຈະເປີດກວ້າງການລົງທຶນໃນປີ 2023.

ການສຳຫຼວດໄວ ໂດຍກະຊວງແຜນການ ແລະ ການລົງທຶນສົມທົບກັບສະຫະພັນປາໄສວິສາຫະກິດ ຫວຽດນາມ (VBF) ປະຕິບັດໃນເດືອນກັນຍາ 2022 ສະແດງໃຫ້ເຫັນ ບັນດາຂໍ້ມູນຕັ້ງໜ້າກ່ຽວກັບການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງບັນດານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ. ລະອຽດແມ່ນ, ມີກ່ວາ 90% ວິສາຫະກິດບັນລຸປະສິດທິຜົນໃນການດຳເນີນທຸລະກິດ ແລະ ສະພາບ ການເງິນຢູ່ລະດັບປານກາງ ແລະ ສູງ. ບັນດາວິສາຫະກິດ ສ່ວນຫຼາຍລ້ວນແຕ່ສະແດງຄວາມປະເອີບໃຈ, ຄວາມເຊື່ອໝັ້ນຕໍ່ຫວຽດນາມ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດຍາວນານ; ໃນນັ້ນມີ ປະມານ 66%ວິສາຫະກິດ ຄາດວ່າຈະເປີດກວ້າງການລົງທຶນໃນປີ 2023.

76% ວິສາຫະກິດຕີລາຄາປະສິດທິຜົນຂອງບັນດານະໂຍບາຍໜູນຊ່ວຍການຜະລິດດຳເນີນ ທຸລະກິດຂອງ ລັດຖະບານ (ຄື: ຍົກເວັ້ນ, ຫຼຸດຜ່ອນພາສີ, ຄ່າໃຊ້ຈ່າຍ, ຮັກສາລາຄາເປັນປົກກະຕິ, ໜັງສືອະນຸຍາດອອກແຮງງານ, ນະໂຍບາຍສົ່ງອອກນຳເຂົ້າ, ນະໂຍບາຍໜູນຊ່ວຍຜູ້ອອກແຮງງານ, ໜູນຊ່ວຍການສັກວັກຊິນກັນໂຄວິດ - 19…) ຢູ່ລະດັບປານກາງ ແລະ ສູງ. ໃນນັ້ນ, ບັນດານະໂຍບາຍໄດ້ຮັບການຕີລາຄາມີປະສິດທິຜົນທີ່ສຸດແມ່ນ: ຍົກເວັ້ນຫຼຸດຜ່ອນພາສີ VAT, ນະໂຍບາຍກ່ຽວກັບການຮັກສາລາຄານ້ຳມັນ, ການປະຕິຮູບລະບຽບການອອກໜັງສືອະນຸຍາດອອກແຮງງານ ແລະ ຜ່ານດ່ານ, ນະໂຍບາຍນຳເຂົ້າສົ່ງອອກ ແລະ ການໜູນຊ່ວຍຜູ້ອອກແຮງງານ…

ໃນຂະນະນັ້ນ, ຕາມທ່ານ Nakajima Takeo, ຜູ້ຕາງໜ້າອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈຳ ຫວຽດນາມ (JETRO) ແລ້ວ, ໝາກຜົນການສຳຫຼວດຂອງ JETRO ໃນປີກາຍນີ້ ສະແດງໃຫ້ເຫັນວ່າ 55% ວິສາຫະກິດຍີ່ປຸ່ນ ຢູ່ ຫວຽດນາມ ພວມມີແຜນການເປີດກວ້າງການເຄື່ອນໄຫວ. ນີ້ແມ່ນຕົວເລກສູງທີ່ສຸດໃນບັນດາປະເທດອາຊຽນ.

ການສຳຫຼວດອື່ນຂອງ JETRO ໄດ້ປະຕິບັດກັບບໍລິສັດໃຫຍ່ກ່ວາ 1.700 ແຫ່ງ ຂອງບັນດາບໍລິສັດຍີ່ປຸ່ນ ສະແດງໃຫ້ເຫັນວ່າ ຫວຽດນາມ ຍືນຢູ່ອັນດັບທີ 2 ໃນຕາຕະລາງຕອບຄຳຖາມ “ບ່ອນໃດເຊິ່ງບັນດາປະເທດຢາກເປີດກວ້າງການລົງທຶນ”, ຖັດຈາກອາເມລິກາ.

ສ້າງເງື່ອນໄຂ ເພື່ອໃຫ້ມີເຂດເສດຖະກິດມີເງິນລົງທຶນຈາກຕ່າງປະເທດພັດທະນາແບບຍືນຍົງ

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງແລ້ວ, ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍ ຖືເຂດເຂດເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ໄດ້ຮັບການ ການສົ່ງເສີມ, ສ້າງເງື່ອນໄຂພັດທະນາຍາວນານ, ຮ່ວມມື ແລະ ແກ້ງແຍ້ງກັບບັນດາຂົງເຂດເສດຖະກິດອື່ນໆຢ່າງປອດໄສ. ລັດເຄົາລົບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງນັກລົງທຶນ; ຮັບປະກັນຜົນປະໂຫຍດລະຫວ່າງລັດ, ນັກລົງທຶນ ແລະ ຜູ້ອອກແຮງງານຢ່າງກົມກຽວ. ທ່ານໃຫ້ຮູ້ວ່າ:

        ທັດສະນະຂອງ ຫວຽດນາມ ແມ່ນພາກສ່ວນເສດຖະກິດ FDI, ບັນດານົກລົງທຶນຕ່າງປະເທດ ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດແຫ່ງຊາດ. ພວກຂ້າພະເຈົ້າຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດ ເພື່ອໃຫ້ເພື່ອນດຳເນີນທຸລະກິດມີສະຖຽນລະພາບ, ມີກຳໄລ ແລະ ມີການດຳລົງຊີວິດຢ່າງສະຫງົບສຸກເມື່ອມາລົງທຶນຢູ່ຫວຽດນາມ. ພວກຂ້າພະເຈົ້າ ຍາມໃດກໍ່ຮ່ວມເດີນທາງກັບບັນດານັກລົງທຶນຕ່າງປະເທດ. ຜົນສຳເລັດຂອງພວກເພື່ອນແມ່ນປະກອບສ່ວນຍົກສູງລັດທິຫຼາຍຝ່າຍ, ປະກອບສ່ວນເຂົ້າໃນຄວາມສາມັກຄີສາກົນຮ່ວມແຮງຮ່ວມໃຈ ເພື່ອໃຫ້ພວກເຮົາຜ່ານຜ່າ ແລະ ເພື່ອໂລກແຫ່ງສັນຕິພາບ, ການຮ່ວມມື ແລະ ພັດທະນາ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ.

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຮັບຟັງຢ່າງຈິດຈັງ, ແບ່ງປັນ ແລະ ມານະພະຍຍາມແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສ້າງທຸກຄວາມສະດວກໃຫ້ແກ່ວິສາຫະກິດຕ່າງປະເທດ. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຜັນຂະຫຍາຍບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍ, ກົດໝາຍຂອງລັດ, ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີກ່ຽວກັບການຄຸ້ມຄອງແຫ່ງຊາດຕາມທິດທັນສະໄໝ, ແກ້ງແຍ້ງຢ່າງມີປະສິດທິຜົນ, ກວດກາຄືນ, ຕີລາຄາ ແລະ ເປັນເຈົ້າການໃນການກະກຽມບັນດາເງື່ອນໄຂຈຳເປັນ (ນິຕິກຳ, ທີ່ດິນ, ພື້ນຖານໂຄງລ່າງ, ພະລັງງານ, ແຮງງານ…)ເພື່ອຕ້ອນຮັບກະແສເງິນລົງທຶນໃໝ່, ເປັນຕົ້ນແມ່ນບັນດາໂຄງການທີ່ມີລັກສະນະແຜ່ຂະຫຍາຍສູງ ຢ່າງມີປະສິດທິຜົນ.

        ຫວຽດນາມ ກໍ່ຄົ້ນຄ້ວາ, ສະເໜີກໍ່ສ້າງບັນດາສູນ ທີ່ມີຂອບຂະໜາດໃຫຍ່, ວັດຖຸອຸປະກອນທັນສະໄໝ, ໝູນໃຊ້ເຕັກໂນໂລຢີດີຈີຕອນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢ່າງສູງຂອງບັນດາວິສາຫະກິດລົງທຶນຕ່າງປະເທດ.

        ດ້ວຍຈິດໃຈ “ຜ່ານຜ່າສິ່ງທ້າທາຍ - ຍາດແຍ່ງກາລະໂອກາດ - ຮ່ວມມືພັດທະນາ”, ດ້ວຍຄວາມມານະພະຍາຍາມ ແລະ ການຮ່ວມມືຢ່າງແໜ້ນແຟ້ນຈາກຝ່າຍ ຫວຽດນາມ, ບັນດາການເຄື່ອນໄຫວຮ່ວມມື, ດຳເນີນທຸລະກິດ ຂອງບັນດາວິສາຫະກິດລົງທຶນຕ່າງປະເທດຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກ, ມຸ່ງໄປເຖິງການພັດທະນາແບບຍືນຍົງຂອງທຸກຝ່າຍ.

(ແຫຼ່ງຄັດຈາກ VOV)


top