ຂ່າວສານ

ສ້າງ​ເຂດ​ເຕີບ​ໂຕ​ໃໝ່​ໃຫ້​ແກ່​ນະ​ຄອນ ຫາຍ​ຟ່ອງ

ຕອນ​ບ່າຍ​ວັນ​ທີ 30 ກໍ​ລະ​ກົດ, ນະ​ຄອນ ຫາຍ​ຟ່ອງ​ ໄດ້​ຈັດ​ກອງ​ປະ​ຊຸມ​ປະ​ກາດ​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ສ້າງ​ເຂດ​ເສດ​ຖະ​ກິດ​ສະ​ເພາະ​ກິດ ຫາຍ​ຟ່ອງ ແລະ ອະ​ນຸ​ມັດແຜນ​ຜັງ​ລວມ​ເຂດ​ເສດ​ຖະ​ກິດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້ແຂວງ ຫາຍ​ຟ່ອງ; ພ້ອມ​ທັງ​ເລີ່ມ​ເຄື່ອນ​ໄຫວ​ເຂດ​ການ​ຄ້າ​ເສ​ລີ ຫາຍ​ຟ່ອງ ພາຍ​ໃຕ້​ຫົວ​ຂໍ້ “ສ້າງ​ເຂດ​ເຕີບ​ໂຕ​ໃໝ່”.
  ທ່ານ​ ເລ​ຕຽນ​ເຈົາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VNA)  

​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ ເລ​ຕຽນ​ເຈົາ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ຫາ​ຍ​ຟ່ອງ ຕ້ອງ​ເພີ່​ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ, logistics, ພະ​ລັງ​ງານ, ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ລະ​ບົບ​ສະ​ໜອງ; ບໍ່​ແກ້ງ​ແຍ້ງຫັນ​ປ່ຽນ​ໂຄງ​ການ, ແຕ່​ພ້ອມ​ກັນ​ສ້າງ​ລະ​ບົບ​ນິ​ເວດ​ທີ່​ມີ​ກຳ​ລັງ​ແກ້ງ​ແຍ້ງ​ຢ່າງ​ພຽງ​ພໍ​ກັບ​ບັນ​ດາ​ສູນ​ເສດ​ຖະ​ກິດ​ແຖວ​ໜ້າ​ຂອງ​ພາກ​ພື້ນ. ສ່ວນ​ສຳ​ລັບ​ລັດ​ຖະ​ບານ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສືບ​ຕໍ່​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ຂອງ​ນັກ​ລົງ​ທຶນ; ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ນະ​ໂຍ​ບາຍ​ທີ່​ມີ​ສະ​ຖຽນ​ລະ​ພາບ ແລະ ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຄັດ​ທີ່​ເກີດ​ຂຶ້ນ​ໃໝ່​ໃນ​ຕົວ​ຈິງ​ຢ່າງ​ທັນ​ການ”.

ເນື່ອງ​ໃນ​ໂອ​ກາດ​ນີ້, ນະ​ຄອນ ຫາຍ​ຟ່ອງ ກໍ​ໄດ້​ມອບ​ໃບ​ຢັ້ງ​ຢືນ​ຈົດ​ທະ​ບຽນ​ການ​ລົງ​ທຶນ​ໃໝ່ ແລະ ດັດ​ປັບ​ເພີ່ມ​ຈຳ​ນວນ​ທຶນ​ໃຫ້​ແກ່ 13 ໂຄງ​ການ ແລະ 02 ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ມື ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ທີ່ ມາ​ຄົ້ນ​ຄວ້າ ແລະ ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖ​ານ​ໂຄງ​ລ່າງ​ເຂດ​ອຸດ​ສາ​ຫະ​ກຳ, ລວມ​ມູນ​ຄ່າ​ທັງ​ໝົດ​ປະ​ມານ 3,2 ຕື້ USD.


top