ຂ່າວສານ

ສ້າງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປ່ຽນ​ເພດ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ໃນວາລະປຶກສາຫາລືໃນຕອນເຊົ້າວັນທີ 23 ພຶດສະພາ ກ່ຽວກັບ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານສະໜັບສະໜູນການນຳ ຮ່າງກົດໝາຍວ່າດ້ວຍການປ່ຽນເພດ ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024.
  ສະມາຊິກສະພາແຫ່ງຊາດ ຟ້າມຈ້ອງເຫງຍະ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລ້າງເຊິນ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)  

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນວາລະປຶກສາຫາລືໃນຕອນເຊົ້າວັນທີ 23 ພຶດສະພາ ກ່ຽວກັບ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານສະໜັບສະໜູນການນຳ ຮ່າງກົດໝາຍວ່າດ້ວຍການປ່ຽນເພດ ເຂົ້າໃນໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024. ນີ້ແມ່ນສິ່ງທີ່ໜ້າສົນໃຈໃນວຽກງານນິຕິບັນຍັດຂອງສະພາແຫ່ງຊາດ.

ຕາມຂໍ້ສະເໜີຂອງສະມາຊິກສະພາແຫ່ງຊາດ ຫວຽນແອັງຈິ ແລ້ວ, ຮ່າງກົດໝາຍສະບັບດັ່ງກ່າວ ລວມມີ 4 ກຸ່ມນະໂຍບາຍ, ເຊິ່ງລວມມີ: ເງື່ອນໄຂເພື່ອໃຫ້ພົນລະເມືອງປ່ຽນເພດ; ປະຕິບັດການນຳໃຊ້ການແພດເຂົ້າໃນການປ່ຽນເພດຂອງພົນລະເມືອງ; ກຳນົດເພດສຳລັບບັນດາກໍລະນີທີ່ໄດ້ນຳໃຊ້ການແພດເພື່ອປ່ຽນເພດ ກ່ອນມື້ກົດໝາຍມີຜົນສັກສິດ; ສິດອຳນາດ, ລະບຽບການຮັບຮອງເພດຂອງຜູ້ປ່ຽນເພດ. ເນື້ອໃນດັ່ງກ່າວໄດ້ຍົກອອກມາ, ສະມາຊິກສະພາແຫ່ງຊາດ ຟ້າມຈ້ອງເຫງຍະ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລ້າງເຊິນ ຖືວ່າ:

“ນີ້ແມ່ນບັນດານະໂຍບາຍທີ່ກ່ຽວຂ້ອງເຖິງສິດທິມະນຸດ, ສິດພົນລະເມືອງຢ່າງຈະແຈ້ງ, ແມ່ນບາດກ້າວເດີນຫັນຂໍ້ກຳນົດຕ່າງໆຂອງລັດຖະທຳມະນູນ ແລະ ປະມວນກົດໝາຍແພ່ງ ເປັນລະອຽດ. ໃນກໍລະນີຮ່າງກົດໝາຍດັ່ງກ່າວໄດ້ຮັບການຕົກລົງເຫັນດີຈາກສະພາແຫ່ງຊາດ ອະນຸຍາດໃຫ້ນຳເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດ, ສະເໜີໃຫ້ກຳນົດຄວາມຮັບຜິດຊອບຂອງບັນດາອົງການທີ່ກ່ຽວຂ້ອງສຳຄັນໃນການໜູນຊ່ວຍການ ສ້າງຮ່າງກົດໝາຍ.”


top