ພິທີໂຮມຊຸມນຸມມິດຕິງ ວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ດ້ວຍຫົວຂໍ້ “ລົງທຶນເພີ່ມທະວີຄວາມສາມາດຕ້ານທານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ”.
ທ່ານ ຫງວຽນຮວ່າງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: nongnghiepmoitruong.vn)
ຕອນຄ່ຳວັນທີ 13 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສົມທົບກັບອົງການ ສປຊ ກອງທຶນເດັກ ປະຈຳ ຫວຽດນາມ ດ້ວຍການໜູນຊ່ວຍຈາກລັດຖະບານ ຍີ່ປຸ່ນ ໄດ້ຈັດພິທີໂຮມຊຸມນຸມມິດຕິງ ວັນສາກົນຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ດ້ວຍຫົວຂໍ້ “ລົງທຶນເພີ່ມທະວີຄວາມສາມາດຕ້ານທານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ” ແລະ ວັນ ອາຊຽນ ຄຸ້ມຄອງໄພພິບັດທຳມະຊາດປີ 2025. ເມື່ອກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ, ທ່ານ ຫງວຽນຮວ່າງຮຽບ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈ ສາມັກຄີ - ປະດິດຄິດສ້າງ - ປະຈັນບານ, ບັນດາປະເທດຈະພ້ອມກັນສ້າງອະນາຄົດທີ່ປອດໄພກວ່າ, ບໍ່ພຽງແຕ່ໃຫ້ແກ່ ຫວຽດນາມ ເທົ່ານັ້ນ ຫາກຍັງໃນທົ່ວພາກພື້ນ ອາຊຽນ ອີກດ້ວຍ.
ໃນພິທີໂຮມຊຸມນຸມມິດຕິງ, ຄະນະຈັດຕັ້ງກໍໄດ້ຕີລາຄາສັງລວມຂີດໝາຍບັນດາການເຄື່ອນໄຫວປ້ອງກັນ, ຕ້ານໄພພິບັດທຳມະຊາດທີ່ພົ້ນເດັ່ນຂອງຄູ່ຮ່ວມມືຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ.