ຂ່າວສານ

ສ້າງ​ສູນ​ການ​ເງິນ​ສາ​ກົນ ຫວຽດ​ນາມ ຢູ່​ນະ​ຄອນ ໂຮ່​ຈີ​ມິນ ​ກາຍ​ເປັນ ປະ​ພາ​ຄານ ຂອງ​ການ​ພັດ​ທະ​ນາ

ເຫດການທີ່ມີຄວາມໝາຍບານພັບ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ, ມາດຕະການກ່ຽວກັບເຕັກໂນໂລຢີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 11 ກຸມພາ, ເຂົ້າຮ່ວມພິທີເປີດນຳໃຊ້ ສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີຕ້ອງສ້າງສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ ກາຍເປັນ ກຳລັງໜູນ, ບ່ອນອີງຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕແບບຍືນຍົງຂອງປະເທດຊາດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍບານພັບ, ຫັນປ່ຽນສະພາບຈາກການຫັນແຜນນະໂຍບາຍຂອງພັກເປັນລະບອບລະບຽບການ ມາເປັນບາດກ້າວປະຕິບັດ, ເຄື່ອນໄຫວເຄື່ອງມືໜຶ່ງ, ມາດຕະການກ່ຽວກັບເຕັກໂນໂລຢີການເງິນທີ່ທັນສະໄໝ ໃນວິວັດການບືນຕົວຂຶ້ນຂອງປະເທດຊາດ. ໂດຍນັ້ນໜັ້ກເຖິງຄວາມຮຽກຮ້ອງຕ້ອງການໃນການຜັນຂະຫຍາຍ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

ບັນດານັກລົງທຶນສາກົນ ປະຕິບັດຄຳໝັ້ນສັນຍາໃນທັນທີ, ເປີດກວ້າງການມີໜ້າ, ຖ່າຍທອດເຕັກໂນໂລຢີການຄຸ້ມຄອງການເງິນ, ເຂົ້າຮ່ວມບັນດາເສົາຄ້ຳຢ່າງເລິກເຊິ່ງຄື: ການບິນ, ການເດີນເຮືອ , fintech... ບັນດາວິສາຫະກິດ ຫວຽດນາມ ບໍ່ອາດຢືນຢູ່ນອກ, ເປັນຕົ້ນແມ່ນບັນດາກຸ່ມບໍລິສັດໃຫຍ່ຕ້ອງພ້ອມກັນເຮັດ, ສົ່ງເສີມ, ແກ້ງແຍ້ງ, ຕ້ອງນຳໜ້າພາທາງກາຍເປັນສະມາຊິກຜູ້ສ້າງຕັ້ງ, ນຳໃຊ້ການບໍລິການຂອງສູນເພື່ອລະດົມເງິນລົງທຶນສາກົນ, ອອກພັນທະບັດ, ພັດທະນາແບບກວມລວມ, ຄຸ້ມຄອງຄວາມສ່ຽງຢ່າງມີປະສິດທິຜົນ. ຫັນສູນການເງິນສາກົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນ, ເປັນບ່ອນອີງຢ່າງໝັ້ນແກ່ນເພື່ອເຕີບໂຕ, ກາຍເປັນປະພະຄານຂອງການພັດທະນາ.


top