ຂ່າວສານ

ສ້າງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ແລະ ຊົນ​ຊັ້ນ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ຍູ້​ແຮງ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຢີ ແລະ ທັນ​ສະ​ໄໝ

ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ເຊີນລາ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ສົມທົບກັບແຂວງ ເຊີນລາ ຈັດກອງປະຊຸມສຳມະນາວິທະຍາສາດ “ສ້າງສະມາຄົມຊາວກະສິກອນ ຫວຽດນາມ ແລະ ຊົນຊັ້ນຊາວກະສິກອນ ຫວຽດນາມ ໃນຍຸກສະໄໝຍູ້ແຮງການຫັນເປັນປະເທດເຕັກໂນໂລຢີ ແລະ ທັນສະໄໝຮອດປີ 2030 ແລະ ວິໄສທັດຮອດປີ 2045”.

ທ່ານ ຫງວຽນແທ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນແທ່ງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເຊີນລາ ເນັ້ນໜັກວ່າ:

“ໃນຍຸກສະໄໝແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເສດຖະກິດ, ປະຊາຊົນຕ້ອງແມ່ນພາກສ່ວນທຳອິດ ແລະ ເປັນເຈົ້າກຳໃນຂໍ້ມູນການຜະລິດຂອງຕົນ, ຮູ້ເສີມຂະຫຍາຍມູນຄ່າຂອງຂໍ້ມູນການຜະລິດ. ຕ້ອງສ້າງຊົນຊັ້ນຊາວກະສິກອນທີ່ກຳແໜ້ນວິທະຍາສາດເຕັກໂນໂລຢີ. ແຂວງ ເຊີນລາ ໄດ້ປະຕິບັດທົດລອງການສ້າງເວັບໄຊຂາຍເຄື່ອງເອເລັກໂຕນິກ nongsansonla.vn ເພື່ອໃຫ້ປະຊາຊົນແຂວງ ເຊີນລາ, ເຈົ້າກຳຕົ້ນຕໍ, ສາມາດວາງຂາຍສິນຄ້າຂອງຕົນຜ່ານເວັບໄຊດັ່ງກ່າວ.”

ໃນກອງປະຊຸມສຳມະນາ, ບົດປະກອບຄຳເຫັນຕ່າງໆຂອງບັນດາກະຊວງ, ຂະແໜງການສູນກາງ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດໄດ້ສຸມໃສ່ເຮັດແຈ້ງບັນຫາ, ແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບຊົນຊັ້ນກຳມະກອນ ແລະ ຈັດຕັ້ງສະມາຄົມຊາວກະສິກອນຕອບສະໜອງຍຸກສະໄໝຍູ້ແຮງຫັນເປັນເຕັກໂນໂລຢີ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່າອ່ຽງ ພັດທະນາຂອງຊາວກະສິກອນ ຫວຽດນາມ; ການເປັນເຈົ້າຂອງ ແລະ ບົດບາດເປັນເຈົ້າຂອງຊາວກະສິກອນ ຫວຽດນາມ ໃນການພັດທະນາກະສິກຳ ແລະ ສ້າງຊົນນະບົດໃໝ່.

(ແຫຼ່ງຄັດຈາກ VOV)

top