ຂ່າວສານ

ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ ຫວຽດ​ນາມ​ ໃຫ້​ສົມ​ບູນ​ແບບ ເພື່ອ​ການ​ຄົງ​ຕົວ​ຂອງ​ປະ​ເທດ​ຊາດ

ວັນທີ 16 ເມສາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງຍຸດທະສາດສ້າງລັດແຫ່ງນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສົມບູນແບບ, ຍຸດທະສາດຮອດປີ 2045” ເຮັດວຽກກັບ ໜ່ວຍງານຮຽບຮຽງການສ້າງແຜນຮ່າງກ່ຽວກັບຮ່າງແຜນຮ່າງຄັ້ງທີ 1.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳ (ພາບ: TTXVN)

ພາຍຫຼັງມານະພະຍາຍາມເຮັດວຽກ, ເຊື່ອມຊຶມຄຳຮຽກຮ້ອງໃນຕະຫຼອດໄລຍະກວ່າ 10 ເດືອນຜ່ານມາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ໜ່ວຍຮຽບຮຽງການສ້າງແຜນຮ່າງພ້ອມດ້ວຍຄະນະການເມືອງພາຍໃນສູນກາງໄດ້ສົມທົບກັບຫ້ອງວ່າການປະທານປະເທດ, ຫ້ອງວ່າການສູນກາງພັກ ແລະ  ນັກຊ່ຽວຊານ, ນັກວິທະຍາສາດໄດ້ກໍ່ສ້າງຮ່າງແຜນຮ່າງຄັ້ງທີ 1 “ແຜນຮ່າງຍຸດທະສາດໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ຮອດປີ 2030 ໃຫ້ສົມບູນແບບ, ກຳນົດທິດຮອດປີ 2045” ເພື່ອຍື່ນສະເໜີຕໍ່ຄະນະຊີ້ນຳຖືກຕາມແຜນການ.  

     ຕາມການຕີລາຄາ, ເນື້ອໃນຮ່າງແຜນຮ່າງໃກ້ຊິດຕິດແທດກັບ ທິດສະດີສ້າງສາປະເທດຊາດ, ລັດຖະທຳມະນູນປີ 2013, ມະຕິສະບັບຕ່າງໆຂອງສູນກາງພັກ, ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ສະເໜີເນື້ອໃນໃໝ່ອ່ຽມຫຼາຍປະການ, ມີລັກສະນະບຸກທະລຸ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຮງໃນການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບໃນໄລຍະຈະມາເຖິງ.         

(ແຫຼ່ງຄັດຈາກ VOV)

top