ຂ່າວສານ

ສ້າງ​ລັດ​ຖະ​ບານ​ດີ​ຈີ​ຕອນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ

ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນໄປສູ່ດີຈີຕອນ ໄດ້ເປັນປະທານວາລະປະຊຸມທຳອິດຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ.

ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ລັດຖະບານ ຍາມໃດກໍກຳນົດການສ້າງລັດຖະບານດີຈີຕອນແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນແຖວໜ້າ. ນີ້ກໍແມ່ນທ່າອ່ຽງທີ່ຈຳເປັນ, ທັງຍົກສູງລັກສະນະເປີດເຜີຍ, ໂປ່ງໃສ ແລະ ການອະພິປາຍຂອງລັດຖະບານ, ຍູ້ຖອຍການສໍ້ລາດບັງຫຼວງ; ການຟຸມເຟືອຍ; ປະກອບສ່ວນຊຸກຍູ້ເສດຖະກິດ - ສັງຄົມ, ປັບປຸງສະພາບແວດລ້ອມດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ.

 ໂຄງການຫັນເປັນດີຈີຕອນແຫ່ງຊາດ, ຍຸດທະສາດພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ຮ່າງຍຸດທະສາດພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ໄດ້ວາງອອກ 53 ຄາດໝາຍຮອດປີ 2025.
(ແຫຼ່ງຄັດຈາກ VOV)

top