ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະລັດ ອາຣັບເອມີເລດ (UAE) ໃນລະຫວ່າງວັນທີ 24 – 25 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ໄດ້ເຮັດວຽກກັບການນຳຂອງກະຊວງ, ຂະແໜງການ, ກຸ່ມບໍລິສັດ ວິສາຫະກິດຂອງ UAEຈຳນວນໜຶ່ງ.
ໃນການພົບປະກັບທ່ານ Al Maktoum ຮອງນາຍົກລັດຖະມົນຕີ UAE, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການແບ່ງປັນບົດຮຽນປະສົບການໃນການສ້າງລະບົບນິເວດຄົບຊຸດໃນການດຶງດູດເງິນລົງທຶນຈາກສາກົນ, ເຄື່ອງມືນິຕິກຳ, ໜູນຊ່ວຍບຳລຸງສ້າງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ…ເພື່ອຍົກສູງ ການບໍລິການດ້ານການເງິນ ຢູ່ສູນ ການເງິນສາກົນ (IFC). ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ໃຫ້ຄຳໝັ້ນສັນຍາ ຈະສ້າງເງື່ອນໄຂໃຫ້ແກ່ບັນດານັກລົງທຶນ, ອົງການການເງິນ UAE ທີ່ມາລົງທຶນຢູ່ ຫວຽດນາມ
ທີ່ການພົບປະກັບທ່ານ Al GergawF ລັດຖະມົນຕີບັນດາບັນຫາພາຍໃນ UAE, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮວ່າບິ່ງ ຢັ້ງຢືນ ຫວຽດນາມ ຖືເປັນສຳຄັນການຮ່ຳຮຽນເອົາປະສົບການຈາກ UAE ໃນການປະຕິຮູບລະບອບລະບຽບການ ແລະ ພັດທະນາສູນການເງິນສາກົນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ແລກປ່ຽນນະໂຍບາຍ, ແບ່ງປັນບົດຮຽນປະສົບການໃນການຄຸ້ມຄອງ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນການເງິນຂອງສອງປະເທດ.