ຂ່າວສານ

ສ້າງ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຢູ່ ຫວຽດ​ນາມ

ຫວຽດນາມ ຄວນປະກາດໂຄງການເຄື່ອນໄຫວແຫ່ງຊາດ ສ້າງນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບໂດຍໄວ ເພື່ອແນໃສ່ຊຸກຍູ້ການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (NAP) ຕາມມະຕິຂອງລັດຖະບານ.

ຫວຽດນາມ ຄວນປະກາດໂຄງການເຄື່ອນໄຫວແຫ່ງຊາດ ສ້າງນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບໂດຍໄວ ເພື່ອແນໃສ່ຊຸກຍູ້ການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ (NAP) ຕາມມະຕິຂອງລັດຖະບານ.

    

ກອງປະຊຸມສຳມະນາ (ພາບ: laodongthudo.vn)

ນີ້ແມ່ນຂໍ້ສະເໜີແນະທີ່ຜູ້ແທນຍົກອອກມາໃນກອງປະຊຸມສຳມະນາປຶກສາຫາລື “ສະເໜີເນື້ອໃນສ້າງໂຄງການເຄື່ອນໄຫວແຫ່ງຊາດ ສ້າງນະໂຍບາຍ ແລະ ກົດໝາຍໃຫ້ສົມບູນແບບ ເພື່ອແນໃສ່ຊຸກຍູ້ການດຳເນີນທຸລະກິດຢ່າງມີປະສິດທິຜົນສຳລັບວິສາຫະກິດຢູ່ ຫວຽດນາມ” ໂດຍກະຊວງຍຸຕິທຳສົມທົບກັບ ອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ, ສະຖານທູດ ລາຊະອານາຈັກ ຊູແອັດ ປະຈຳ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 7 ເມສາ ຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແລກປ່ຽນ, ຕີລາຄາເພື່ອສ້າງຮ່າງບົດລາຍງານປະເມີນສະພາບການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບຢູ່ ຫວຽດນາມ ໃຫ້ສຳເລັດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ Caitlin Wiesen, ຜູ້ຮັກສາການຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ຫົວໜ້າຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ແມ່ນ 1 ໃນ 7 ປະເທດ ອາຊີ ທີ່ພວມປະຕິບັດ ຫຼັກການແນະນຳຂອງ ສປຊ ກ່ຽວກັບການດຳເນີນທຸລະກິດ ແລະ ສິດທິມະນຸດ, ໂດຍຜ່ານການສ້າງໂຄງການເຄື່ອນໄຫວແຫ່ງຊາດ.

(ແຫຼ່ງຄັດຈາກ VOV)


top