ຂ່າວສານ

ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ​ທີ່​ໝັ້ນ​ຄົງ​ເຂັ້​ມ​ແຂງ ເພື່ອ​ຍົກ​ລະ​ດັບ​ພູມ​ປັນ​ຍາ​ແຫ່ງ​ຊາດ

“ໃນທຸກຍຸກທຸກສະໄໝ ແລະ ຢູ່ທຸກປະເທດ, ຖັນແຖວປັນຍາຊົນ ຍາມໃດກໍແມ່ນກຳລັງສຳຄັນຊຸກຍູ້ການພັດທະນາຂອງສັງຄົມ”. ສິ່ງດັ່ງກ່າວ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກທີ່ພິທີສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຄົບຮອບ 40 ປີ (24/03/2023) ຢູ່ ຮ່າໂນ້ຍ. ຢູ່ເວທີປາໄສດັ່ງກ່າວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເບິ່ງແຍງດູແລ ແລະ ສ້າງທຸກເງື່ອນໄຂທີ່ດີທີ່ສຸດໃນຄວາມອາດສາມາດຂອງຕົນ ເພື່ອສົ່ງເສີມກຳລັງຄົ້ນຄວ້າ, ປະດິດຄິດສ້າງ, ຊອກຫາຖັນແຖວນັກວິທະຍາສາດ, ປັນຍາຊົນຂອງປະເທດຊາດ.

ຕາມການສະຖິຕິແລ້ວ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ມີປັນຍາຊົນ, ນັກວິທະຍາສາດປະມານ 2,2 ລ້ານຄົນ. ພ້ອມດຽວກັນນັ້ນ, ສະຫະພັນບັນດາສະມາຄົມວັນນະຄະດີສິລະປະ ຫວຽດນາມ ກໍແມ່ນອົງການຂອງນັກສິລະປິນ ກວ່າ 40.000 ຄົນ. ນອກຈາກນັ້ນແລ້ວ, ຫວຽດນາມ ກໍຍັງມີກຳລັງນັກວິທະຍາສາດ, ປັນຍາຊົນ, ນັກສິລະປິນທີ່ເຄື່ອນໄຫວໃນຫຼາຍຂົງເຂດ ເຊິ່ງພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຕ່າງປະເທດອີກດ້ວຍ. ການປະກອບສ່ວນຂອງຖັນແຖວປັນຍາຊົນ, ນັກສິລະປິນ, ນັກວິທະຍາສາດ ຫວຽດນາມ ແມ່ນມີຄວາມສຳຄັນທີ່ສຸດ ແລະ ມີຄວາມໝາຍເປັນຫຼັກແຫຼ່ງແກ່ນສານຕໍ່ຊາຕະກຳ ແລະ ອະນາຄົດຂອງປະເທດຊາດ.

  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ   

ຖັນແຖວປັນຍາຊົນ ແມ່ນກຳລັງອັນລ້ຳຄ່າຂອງຊາດ

ພັກ ແລະ ລັດ ຫວຽດນາມ ຮັບຮູ້ການປະກອບສ່ວນຢ່າງໃຫຍ່ຫຼວງຂອງບັນດາປັນຍາຊົນ, ບຸກຄົນທີ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການຊີ້ນຳນຳພາຂອງພັກ, ຍາມໃດກໍປະກອບສ່ວນຢ່າງສຸດຈິດສຸດໃຈເຂົ້າໃນຂະບວນການປົກປັກປັກຮັກພື້ນຖານແນວຄິດຂອງພັກ ແລະ ຜັນຂະຫຍາຍກິດຈະກຳຕ່າງໆ ເພື່ອແນໃສ່ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນພັນທະພາບກຳມະກອນ ແລະ ຊາວກະສິກອນ, ປັນຍາຊົນຂອງປະເທດຊາດ. ກ່າວຄຳເຫັນຕໍ່ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ໃນວັນທີ 24 ມີນາ ຜ່ານມາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

“ປັນຍາຊົນ ທັງເປັນພາກສ່ວນຂອງແຫຼ່ງຊັບພະຍາກອນມະນຸດ ທັງແມ່ນແຫຼ່ງກຳລັງວິທະຍາສາດ, ເຕັກນິກ, ເຂົ້າຮ່ວມວຽກງານຍົກສູງລະດັບຄວາມຮູ້ຂອງປະຊາຊົນ ແລະ ການບຳລຸງສ້າງຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ປະເທດຊາດໂດຍກົງ. ໂດຍສືບທອດມູນເຊື້ອຂອງປະເທດຊາດ, ໝູນໃຊ້ທັດສະນະຂອງລັດທິ ມາກ - ເລນິນ, ແນວຄິດໂຮ່ຈີມິນກ່ຽວກັບປັນຍາຊົນ, ໃນພາລະກິດແຫ່ງການປ່ຽນແປງໃໝ່, ພັກຄອມມູນິດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ຊີ້ນຳນຳພາວຽກງານຂົນຂວາຍປຸກລະດົມ, ເຕົ້າໂຮມ ແລະ ພັດທະນາປັນຍາຊົນ. ພັກຄອມມູນິດ ຫວຽດນາມ ໄດ້ປະກາດໃຊ້ມະຕິ, ຄຳສັ່ງຫຼາຍສະບັບ ເພື່ອຊີ້ນຳວຽກງານດັ່ງກ່າວ”.

ຕາມທ່ານເລຂາທິການໃຫຍ່ແລ້ວ, ສະພາບການໂລກ ແລະ ພາຍໃນປະເທດໃນຊຸມປີຕໍ່ໜ້າ ສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ແຕ່ຍັງສ້າງທັງກາລະໂອກາດ ແລະ ສິ່ງທ້າທາຍໃໝ່ສຳລັບທຸກປະເທດ. ເນື່ອງຈາກສະພາບການດັ່ງກ່າວ ກໍຮຽກຮ້ອງໃຫ້ບັນດາອົງການວິທະຍາສາດເຕັກໂນໂລຢີ, ຖັນແຖວປັນຍາຊົນວິທະຍາສາດ, ເຕັກໂນໂລຢີ ຫວຽດນາມ, ພິເສດແມ່ນ ປັນຍາຊົນ, ນັກວິທະຍາສາດ ທີ່ສັງກັດສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຕ້ອງມານະພະຍາຍາມສູ້ຊົນ, ມີການປະກອບສ່ວນໃຫຍ່ຫຼວງຫຼາຍຢ່າງ ແລະ ນຳມາເຊິ່ງປະສິດທິຜົນໃຫ້ແກ່ພາລະກິດແຫ່ງການສ້າງສາ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ.

ສ້າງຖັນແຖວປັນຍາຊົນ ເພື່ອຍົກລະດັບພູມປັນຍາແຫ່ງຊາດ

ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ສະຫະພັນ ບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ພ້ອມດ້ວຍຖັນແຖວປັນຍາຊົນວິທະຍາສາດເຕັກໂນໂລຢີ ຫວຽດນາມ ຕ້ອງສືບຕໍ່ເປັນເຈົ້າການ ແລະ ປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ພັກ ແລະ ລັດ ກ່ຽວກັບການພັດທະນາວິທະຍາສາດ ເຕັກໂນໂລຢີ ໃຫ້ດີກວ່າອີກ ເພື່ອຍູ້ແຮງຂະບວນການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ. ການເຕົ້າໂຮມຖັນແຖວປັນຍາຊົນ ເພື່ອປະຕິບັດເປົ້າໝາຍດັ່ງກ່າວ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍໄດ້ເນັ້ນໜັກເຖິງ. ທ່ານຮຽກຮ້ອງວ່າ:

“ຕ້ອງສືບຕໍ່ປະຕິບັດໜ້າທີ່ປຶກສາ, ໂຕ້ວາທີໃນໄລຍະສ້າງ, ສຳເລັດການປັບປຸງກົນໄກ, ນະໂຍບາຍ, ເອກະສານທາງກົດໝາຍ ໃຫ້ເປັນຢ່າງດີກວ່າອີກ ດ້ວຍມາດຕະຖານ ລະອຽດ, ດຶງດູດ, ນຳໃຊ້, ບຸລິມະສິດ ແລະ ຍ້ອງຍໍຊົມເຊີຍປັນຍາຊົນ ເພື່ອແນໃສ່ສ້າງຖັນແຖວປັນຍາຊົນ ຫວຽດນາມ ທີ່ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັບປະກັນມີຈຳນວນ ແລະ ຄຸນນະພາບຢ່າງພຽງພໍ, ມີໂຄງປະກອບທີ່ເໝາະສົມ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດ - ສັງຄົມໃນຍຸກສະໄໝເຊື່ອມໂຍງເຂົ້າກັບສາກົນ; ສ້າງກົນໄກ, ນະໂຍບາຍດຶງດູດ, ເຕົ້າໂຮມປັນຍາຊົນ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກຢູ່ຕ່າງປະເທດກັບຄືນມາຮັບໃຊ້ປະເທດຊາດ; ເອົາໃຈໃສ່ເຖິງວຽກງານສົ່ງເສີມ, ຍ້ອງຍໍຊົມເຊີຍປັນຍາຊົນ ຜູ້ທີ່ມີຜົນງານດີເດັ່ນໃນວຽກງານຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຢີ.”

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຮຽກຮ້ອງໃຫ້ຍົກສູງບົດບາດຊີ້ນຳນຳພາຂອງພັກ, ຄະນະຊາວໜຸ່ມ ແລະ ຄະນະພັກທຸກຂັ້ນ ໃນວຽກງານຊີ້ນຳ, ນຳພາ, ສ້າງເງື່ອນໄຂໃຫ້ຖັນແຖວປັນຍາຊົນໂຄສະນາເຜີຍແຜ່ຄວາມຮູ້, ແນະນຳມະຫາຊົນປະຕິບັດ, ນຳໃຊ້ວິທະຍາສາດ, ເຕັກໂນໂລຢີ ເພື່ອແກ້ໄຂບັນດາບັນຫາທີ່ຈຳເປັນຮ້ອນເຮັ່ງໃນການດຳລົງຊີວິດ, ການຜະລິດ, ດຳເນີນທຸລະກິດ ແລະ ປົກປັກຮັກສາສິ່ງແວດລ້ອມ. ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ກໍຕ້ອງປະຕິບັດວຽກງານບຳລຸງສ້າງຄວາມຮູ້ດ້ານການເມືອງ ກໍຄື ຈັນຍາບັນວິຊາຊີບໃຫ້ຖັນແຖວປັນຍາຊົນ ໃຫ້ດີກວ່າອີກ; ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ຮູບແບບການເຄື່ອນໄຫວເພື່ອຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການເຄື່ອນໄຫວ, ຍົກສູງລັກສະນະເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ; ມີຫຼາຍເນື້ອໃນ, ເຄື່ອນໄຫວດ້ວຍຫຼາກຫຼາຍຮູບແບບທີ່ຕິດພັນກັບຍຸດທະສາດ, ແຜນການ, ໂຄງການພັດທະນາເສດຖະກິດ  - ສັງຄົມຂອງຂະແໜງການ, ເຂດພາກ ແລະ ທົ່ວປະເທດ, ດຶງດູດສະມາຊິກເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ; ຂົນຂວາຍປຸກລະດົມອ້າຍນ້ອງປະກອບສ່ວນພູມປັນຍາ, ເຫື່ອແຮງເຂົ້າພາລະກິດແຫ່ງການສ້າງສາ, ພັດທະນາເສດຖະກິດ - ສັງຄົມ ແລະ ປ້ອງກັນຄວາມສະຫງົບຂອງປະເທດຢ່າງໝັ້ນຄົງ. ຕາມທ່ານເລຂາທິການໃຫຍ່ ແລ້ວ, ການປະຕິບັດບັນດາມາດຕະການເຫຼົ່ານັ້ນ ກໍເປັນການຜັນຂະຫຍາຍບັນດາແຜນນະໂຍບາຍ, ແນວທາງຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບການສ້າງຖັນແຖວປັນຍາຊົນຢ່າງໝັ້ນຄົງເຂັ້ມແຂງ ເພື່ອຍົກລະດັບພູມປັນຍາແຫ່ງຊາດ./.       


top