ວຽກງານສົ່ງເສີມການຄ້າ ພວມກາຍເປັນເຄື່ອງມືໜູນຊ່ວຍທີ່ມີປະສິດທິຜົນເພື່ອໃຫ້ວິສາຫະກິດຫວຽດນາມເປີດກວ້າງຕະຫຼາດສົ່ງອອກ, ເພີ່ມມູນຄ່າເຄື່ອງໝາຍການຄ້າ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດ ແລະ Soft Power ຂອງປະເທດຊາດ. ປີ 2026ໄດ້ຮັບຖືວ່າແມ່ນປີບານພັບເພື່ອສົ່ງເສີມການຄ້າຫວຽດນາມ ປະຕິບັດບັນດາທິດທາງຍຸດທະສາດໃໝ່, ຖືເຕັກໂນໂລຢີ ແລະ ການເຊື່ອມຕໍ່ເປັນສຳຄັນເພື່ອສ້າງບາດກ້າວບຸກທະລຸ.
ທ່ານ ຫງວຽນຊິງເຕິນ ຮອງລັດຖະມົນຕີ ປະກາດບົດລາຍງານສົ່ງເສີມການຄ້າ ໄລຍະ 2021 – 2025 ແລະ ການກຳນົດທິດຍຸດທະສາດ, ແຜນການກະທຳການສົ່ງເສີມການຄ້າ ໄລຍະ 2026 – 2030 (ພາບ: ກະຊວງອຸດສາຫະກຳ ການຄ້າ)
ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ປີ 2026 ແລະ ໃນຊຸມປີຕໍ່ໄປ, ການຄ້າໂລກພວມກ້າວເຂົ້າສູ່ໄລຍະກຳນົດຄືນໃໝ່ຢ່າງເລິກເຊິ່ງກ້ວາງຂວາງ, ບັນດາຕະຫຼາດໃຫຍ່ຮັດແຄບຮົ້ວກີດຂວາງດ້ານເຕັກນິກ ແລະ ເພີ່ມຄວາມຮຽກຮ້ອງຕ້ອງການກ່ຽວກັບມາດຕະຖານຄຸນນະພາບ, ຄວາມປອດໄພ, ຄົ້ນຫາຕົ້ນກຳເນີດ, ຄວາມຮັບຜິດຊອບຕໍ່ສັງຄົມ… ບັນດາການປ່ຽນແປງນີ້ຈະສົ່ງຜົນກະທົບໂດຍກົງຕໍ່ການເຄື່ອນໄຫວຜະລິດ ແລະ ການສົ່ງອອກຂອງວິສາຫະກິດ. ທ່ານ ຫງວຽນຕຽນຢຸງ, ຮອງຫົວໜ້າພະແນກອຸດສາຫະກຳການຄ້າແຂວງ ກວ໋າງນິງ ແລະ ທ່ານ ເຈືອງວັນເກິມ, ຮອງປະທານ, ຫົວໜ້າເລຂານຸການສະຫະພັນຕ່ຳແຜ່ນຕັດຫຍິບຫວຽດນາມ ສະເໜີວ່າ:
“ພວກຂ້າພະເຈົ້າສະເໜີກົມສົ່ງເສີມການຄ້າເອົາໃຈໃສ່ສ້າງເງື່ອນໄຂໃຫ້ທ້ອງຖິ່ນ ເປັນເຈົ້າພາບຈັດຕັ້ງບັນດາງານຕະຫຼາດນັດລະດັບຊາດ ແລະ ສາກົນ, ເຂົ້າຮ່ວມບັນດາງານຕະຫຼາດນັດສົ່ງເສີມຢູ່ຕ່າງປະເທດ ເພື່ອໃຫ້ທ້ອງຖິ່ນຕິດພັນກັບບັນຫາພັດທະນາເຄື່ອງໝາຍການຄ້າຂອງທ້ອງຖິ່ນ. ທີສອງແມ່ນ, ບູລິມະສິດບັນດາແຫຼ່ງກຳລັງໃຫ້ໂຄງການສົ່ງເສີມການຄ້າດ້ວຍຫົວຂໍ້ຕ່າງໆ. ຍູ້ແຮງການສະໜອງຂໍ້ມູນການຕະຫຼາດ, ການສົ່ງເສີມການຄ້າດີຈີຕອນ” “ພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ໄດ້ຮັບການໜູນຊ່ວຍ, ສ້າງເງື່ອນໄຂສະດວກຈາກກົມສົ່ງເສີມການຄ້າໃນປີ 2026 ເພື່ອສ້າງແຫຼ່ງໃຫ້ແກ່ວຽກງານສົ່ງເສີມການຄ້າ. ພວກເຮົາມີແຜນການລ່ວງໜ້າເພື່ອບໍ່ໃຫ້ການສົ່ງອອກຕົກຢູ່ໃນທ່າຮັບ. ສືບຕໍ່ຈັດຕັ້ງບັນດາຊຸດບຳລຸງສ້າງທັກສະສົ່ງເສີມການຄ້າ, ສືບຕໍ່ຮັກສາການປະຊຸມສົ່ງເສີມການຄ້າກັບບັນດາຫ້ອງການການຄ້າ. ພວກຂ້າພະເຈົ້າຖືວ່າ ນີ້ແມ່ນບັນຫາ ທັງແມ່ນປະສິດທິຜົນທີ່ສຸດ ເຊິ່ງບັນດາວິສາຫະກິດເອົາໃຈໃສ່ທີສຸດ”.
ໃນແຜນການເຄື່ອນໄຫວສົ່ງເສີມການຄ້າໄລຍະ 2026 – 2030, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ວາງເປົ້າໝາຍຍົກສູງປະສິດທິຜົນການສົ່ງອອກແບບຍືນຍົງ, ຫັນປ່ຽນໂຄງປະກອບການສົ່ງອອກຕາມທິດເຕີບໂຕທັງຂອບຂະໜາດແລະຄຸນນະພາບ, ເພີ່ມມາດຕາສ່ວນສິນຄ້າອຸດສາຫະກຳປຸງແຕ່ງ ໃນຍອດວົງເງິນການສົ່ງອອກ… ນອກຈາກນັ້ນ, ແຜນການກໍ່ຮຽກຮ້ອງພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ແລະ ເຄື່ອງໝາຍການຄ້າຂະແໜງສິນຄ້າຢ່າງແຮງ, ສ້າງພາບ ຜະລິດຕະພັນທີ່ເປັນໜ້າໄວ້ເນື້ອເຊື່ອໃຈ, ຍືນຍົງ ແລະ ອັດສະລິຍະລະດັບຊາດ.
ທ່ານ ຫວູບ້າຝຸ - ຫົວໜ້າກົມສົ່ງເສີມການຄ້າ (ພາບ: ກະຊວງອຸດສາຫະກຳການຄ້າ)
ເປົ້າໝາຍລະອຽດຂອງແຜນການຊີ້ແຈ້ງວ່າ ໃນ 5 ປີຈະມາເຖິງ ການສົ່ງອອກເຕີບໂຕໃນລະດັບສະເລ່ຍແຕ່ 5-6%ຕໍ່ປີ, ມາດຕາສ່ວນສິນຄ້າອຸດສາຫະກຳປຸງແຕ່ງ, ຜະລິດສົ່ງອອກບັນລຸ 90%; ກໍ່ສ້າງ ແລະ ນຳລະບົບນິເວດແຫ່ງການສົ່ງເສີມການຄ້າດີຈີຕອນແຫ່ງຊາດ (National Digital Trade Promotion Platform) ເຂົ້າເຄື່ອນໄຫວຢ່າງເປັນທາງການ, ຮັບປະກັນເຊື່ອມຕໍ່ຂໍ້ມູນຈາກສູນກາງລົງຮອດທ້ອງຖິ່ນ; ປະມວນບັນດາເຄື່ອງມືປັນຍາປະດິດ (AI), Big Data, blockchain ແລະ ທຸລະກຳ B2B ຂ້າມຊາຍແດນ.
ທ່ານ ຫວູບາຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າສືບຕໍ່ໝູນໃຊ້ບັນດາວິທີສົ່ງເສີມການຄ້າຢ່າງມີຫົວຄິດປະດິດສ້າງ, ມີປະສິດທິຜົນ ເຊິ່ງໃນນັ້ນ ໂຄງ ການລະດັບຊາດກ່ຽວກັບການສົ່ງເສີມການຄ້າ, ປະສານສົມທົບກັບທ້ອງຖິ່ນຕ່າງໆຍົກອອກບັນດາແບບວິທີໃໝ່ຢ່າງລະອຽດເປັນຫຼັກ. ພວກເຮົາຖືວ່າ ດ້ວຍເປົ້າໝາຍແມ່ນຕ້ອງກາຍເປັນປະເທດອຸດສາຫະກຳ ໃນປີ 2030 ແລະ ອຸດສາຫະກຳພັດທະນາໃນປີ 2045 ນັ້ນ, ຄວາມຕ້ອງການນຳເຂົ້າເຄື່ອງຈັກ, ອຸປະກອນກໍ່ຄືການປ່ຽນແປງໃໝ່ຖ່າຍທອດເຕັກໂນໂລຢີແມ່ນໃຫຍ່ຫຼວງທີ່ສຸດ… ນີ້ກໍ່ແມ່ນໜ້າທີ່ສຳຄັນທີ່ສຸດໃນວຽກງານການສົ່ງເສີມການຄ້າ”.
ມະຕິເລກທີ 57 ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ, ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດເອກະຊົນຂອງກົມການເມືອງ, ພ້ອມກັບແຜນການໂຄງການ Go Global (ບືນຕົວຂຶ້ນອອກສູ່ໂລກ) ໄລຍະ 2026–2035 ໄດ້ວາງອອກຄວາມຮຽກຮ້ອງຕ້ອງການໃໝ່ສຳລັບການເຄື່ອນໄຫວສົ່ງເສີມການຄ້າໃນໄລຍະ 2026–2030. ທີໜຶ່ງ, ຫັນຕະຫຼາດເປັນຫຼາຍຮູບແບບ ແລະ ຍົກສູງປະສິດທິຜົນໃນການຂຸດຄົ້ນບັນດາສັນຍາການຄ້າເສລີ (FTA). ໃນນັ້ນ, ສຳລັບບັນດາຕະຫຼາດທີ່ມີແຕ່ດົນນານ (ອາເມລິກາ, ສະຫະພາບເອີລົບ (EU), ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາຊຽນ) ສືບຕໍ່ປັບປຸງ ແລະ ຍົກລະດັບການແຊກຊືມເຂົ້າຕະຫຼາດ, ສຸມໃສ່ເຂົ້າລະດັບປານກາງ - ລະດັບສູງ, ຕອບສະໜອງມາດຕະຖານສີຂຽວ ແລະ ການຄົ້ນຫາຕົ້ນກຳເນີດ.
ສຳລັບບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຈະເພີ່ມທະວີ, ຍູ້ແຮງການສົ່ງເສີມການຄ້າຕາມກຸ່ມຂະແໜງສິນຄ້າ, ຜັນຂະຫຍາຍການຄົ້ນຄ້ວາ ລົງເລິກຕະຫຼາດ, ເປີດກ້ວາງເຄືອຂ່າຍຄູ່ຮ່ວມມື. ທ່ານ ຫງວຽນວຽດຊານ, ຮອງຫົວໜ້າກົມພັດທະນາຕະຫຼາດຕ່າງປະເທດ ໃຫ້ຮູ້ວ່າ: “ໂດຍສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍວິສາຫະກິດຕາມທິດລະອຽດ ແລະ ຕິດແທດແຕ່ລະຕະຫຼາດ ແລະ ຂະແໜງສິນຄ້າ, ຈັດຕັ້ງບັນດາຄະນະສົ່ງເສີມການຄ້າໄປຍັງບັນດາຕະຫຼາດໃໝ່, ຕະຫຼາດນິຊ (Niche Market) ທີ່ມີຄວາມສາມາດບົ່ມຊ້ອນ, ຍູ້ແຮງການຜັນຂະຫຍາຍບັນດາຮູບແບບການສົ່ງເສີມການຄ້າໃໝ່ສົມທົບກັບການສົ່ງເສີມໂດຍກົງທາງດີຈີຕອນ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນ, ເພີ່ມທະວີການຮ່ວມມືກັບບັນດາລະບົບຫ້ອງການການຄ້າຂອງຫວຽດນາມ ໃນການເລືອກເຟັ້ນຄູ່ຮ່ວມມື, ຜູ້ລູກຄ້າ”. ໄລຍະ 2026–2030 ມີຄວາມໝາຍສຳຄັນສຳລັບວິວັດການຍົກສູງຖານະບົດບາດຂອງຫວຽດນາມ ໃນຕ່ອງໂສ້ມູນຄ່າທົ່ວໂລກ. ລະບົບນິເວດແຫ່ງການສົ່ງເສີມການຄ້າທີ່ພວມໄດ້ຮັບການກໍ່ສ້າງຈະປະກອບສ່ວນເຊື່ອມຕໍ່ປະສິດທິຜົນ, ຮ່ວມເດີນທາງພ້ອມກັບວິສາຫະກິດຫວຽດນາມ ໃນວິວັດການເປີດກວ້າງຕະຫຼາດ ແລະ ພັດທະນາແບບຍືນຍົງ.