ຂ່າວສານ

ສ້າງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ວັດ​ສະ​ດຸກໍ່​ສ້າງ ຫວຽດ​ນາມ ໄລ​ຍະ 2021 – 2030, ກຳ​ນົດ​ທິດ​ຮອດ​ປີ 2050

ວັນທີ 18 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມໄດ້ມີການເຮັດວຽກກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາສະຫະສະມາຄົມກ່ຽວກັບການສ້າງຍຸດທະສາດພັດທະນາວັດສະດຸກໍ່ສ້າງ ຫວຽດນາມ ໄລຍະ 2021 – 2030, ກຳນົດທິດຮອດປີ 2050.


ທ່ານ ຈິ້ງດິ່ງຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: ກະຊວງກໍ່ສ້າງ ຫວຽດນາມ)


 ກ່າວຄຳເຫັນສະຫຼຸບທີ່ການເຮັດວຽກ, ທ່ານ ຈິ້ງດິ່ງຢຸງ ໄດ້ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ຂະແໜງການຜະລິດວັດສະດຸກໍ່ສ້າງ ບັນລຸໄດ້ຜົນງານທີ່ສຳຄັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຂະແໜງວັດສະດຸກໍ່ສ້າງ ຍັງຢຶນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຄວາມຮຽກຮ້ອງຕ້ອງການອັນດັບ1 ໃນໄລຍະຈະມາເຖິງ ແມ່ນຮັບປະກັນຄວາມຕ້ອງການດ້ານວັດສະດຸກໍ່ສ້າງພາຍໃນປະເທດ, ຈາກນັ້ນປະກອບສ່ວນເຂົ້າໃນການພັດທະນາຂອງຂະແໜງການກໍ່ສ້າງ ແລະ ສ້າງຫຼາຍວຽກເຮັດງານທຳໃໝ່, ກິດຈະກຳກໍ່ສ້າງໃໝ່, ປ່ຽນແປງໂສມໜ້າຂອງຕົວເມືອງ ກໍ່ຄື ຊົນນະບົດ, ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ຄຽງຄູ່ກັນນັ້ນ, ຄວາມ ຕ້ອງການວັດສະດຸກໍ່ສ້າງໃນໂລກ ກໍ່ຈະນັບມື້ນັບເພີ່ມຂຶ້ນສູງ, ເພາະສະນັ້ນການພັດທະນາວັດສະດຸກໍ່ສ້າງພາຍໃນປະເທດກໍ່ແມ່ນມຸ່ງໄປເຖິງການສົ່ງອອກ.

        ເພື່ອປະຕິບັດໄດ້ບັນດາເປົ້າໝາຍດັ່ງກ່າວ, ກ່ອນອື່ນໝົດແມ່ນຕ້ອງສ້າງ ຍຸດທະສາດວັດສະດຸກໍ່ສ້າງໃນໄລຍະໃໝ່ (ໄລຍະຮອດປີ 2030, ວິໄສທັດ 2050) ຕິດພັນກັບການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ແລະ ທັນສະໄໝ, ປະຢັດຊັບພະຍາກອນ, ຕ້ອງຫຼຸດຜ່ອນການນຳໃຊ້ພະລັງງານ ແລະ ການປ່ອຍ ກາກບອນ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ແລະ ປົກປັກຮັກສາສິ່ງແວດລ້ອມ.

(ແຫຼ່ງຄັດຈາກ VOV)


top