ຂ່າວສານ

ສ້າງ​ຊອບ​ແວ​ແຈ້ງ​ເຕືອນຊາວ​ປະ​ມົງ​ປ​ະ​ກອບ​ເອ​ກະ​ສານເພີ່ມ​ເຕີມ​ໃຫ້​ແກ່​ເຮືອ​ຫາ​ປາ​ກ່ອນ​ຈະ​ອອກນອກ​ຝັ່ງ

ອາທິດຜ່ານມາ, ທາງແຂວງກໍປະຕິບັດສຳເລັດການກວດກາຢັ້ງຢືນ ແລະ ປັບໄໝເຮືອຫາປາ 3 ລຳທີ່ລະເມີດລະບຽບການບໍລິຫານ, ອົງການເຈົ້າໜ້າທີ່ພວມກວດກາຢັ້ງຢືນເຮືອຫາປາ 2 ລຳທີ່ຂາດສັນຍານຕິດຕໍ່.
ເຮືອຫາປາຂອງຊາວປະມົງແຂວງ ກວາງຈິ

ໂດຍຕ້ານການຂຸດຄົ້ນ IUU (ການເຄື່ອນໄຫວຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ) ຢ່າງຂ້ຽວຂາດ, ແຂວງ ກວາງຈິ ບໍ່ພຽງແຕ່ຮັດແໜ້ນການກວດກາຈາກທ່າເຮືອຫາປາ ໄປຮອດເຂດຫາປາເທົ່ານັ້ນ, ຫາກຍັງເພີ່ມທະວີການຕິດຕາມກວດກາອີກດ້ວຍ, ບໍ່ໃຫ້ບັນດາເຮືອຫາປາທີ່ບໍ່ມີເງື່ອນໄຂຄົບຖ້ວນອອກເຄື່ອນໄຫວຢູ່ນອກຝັ່ງ.

        ອາທິດຜ່ານມາ, ທາງແຂວງກໍປະຕິບັດສຳເລັດການກວດກາຢັ້ງຢືນ ແລະ ປັບໄໝເຮືອຫາປາ 3 ລຳທີ່ລະເມີດລະບຽບການບໍລິຫານ, ອົງການເຈົ້າໜ້າທີ່ພວມກວດກາຢັ້ງຢືນເຮືອຫາປາ 2 ລຳທີ່ຂາດສັນຍານຕິດຕໍ່.

        ທ່ານ ຟ້າມດຶກຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ຮວ່າແຈັກ, ແຂວງ ກວາງຈິ (ເມືອງ ກວາງແຈັກ, ແຂວງ ກວາງບິ່ງ ເກົ່າ), ສະເໜີວ່າ:

        “ສະເໜີໃຫ້ຊີ້ນຳບັນດາສູນລົງທະບຽນ, ກວດກາເຕັກນິກ ກໍສາມາດປະກອບເພີ່ມຊອບແວໜຶ່ງເພື່ອສົ່ງຂໍ້ມູນເຖິງບັນດາເຈົ້າຂອງເຮືອຫາປາ ຄືດັ່ງຢູ່ບັນດາສູນກວດກາເຕັກນິກກົນຈັກອື່ນ. ປະມານ 10 ວັນ ກ່ອນທີ່ເອກະສານຈະໝົດກຳນົດເວລາແມ່ນ ຈະສົ່ງແຈ້ງການລະອຽດເຖິງບັນດາເຈົ້າຂອງເຮືອນັ້ນ”.


top