ຕອນເຊົ້າວັນທີ 28 ພຶດສະພາ, ຢູ່ສຳນັກງານລັດຖະບານດ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບກົນໄກປະສານງານລະຫວ່າງຂະແໜງໃນການພັດທະນາເສດຖະກິດທະເລແບບຍືນຍົງ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມ (ພາບ: TTXVN)
ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ, ສະເໜີກົນໄກແກ້ໄຂການຂັດແຍ້ງກັນໃນການພັດທະນາ, ຄັດເລືອກແບບວິທີອີງໃສ່ບັນດາມາດຕະຖານເສົາຄ້ຳ ນັ້ນແມ່ນ ປະສິດທິຜົນສະພາບແວດລ້ອມ, ເສດຖະກິດ ແລະ ຄວາມສາມາດສ້າງວຽກເຮັດງານທຳ…; ຄົ້ນຄວ້າ, ສ້າງເຄື່ອງມືໜູນຊ່ວຍໄຈ້ແຍກ ແລະ ຕັດສິນໃນບັນດາກໍລະນີທີ່ເກີດມີການຂັດແຍ້ງກັນລະຫວ່າງຂະແໜງການ; ກົນໄກປະສານສົມທົບໃນວຽກງານ, ສຳຫຼວດກກວດກາຊັບພະຍາກອນທະເລ ຮັບໃຊ້ການເຄື່ອນໄຫວຈັດຕັ້ງຜັນຂະຫຍາຍຍຸດທະສາດ, ການວາງແຜນຜັງພັດທະນາເສດຖະກິດທະເລ; ສະເໜີກົນໄກການເງິນສຳລັບການເຄື່ອນໄຫວສຳຫຼວດໂດຍພື້ນຖານ ແລະ ສ້າງຖານຂໍ້ມູນແຫ່ງຊາດ ແລະ ທ້ອງຖິ່ນກ່ຽວກັບຊັບພະຍາກອນທະເລ.