ຂ່າວສານ

ສ້າງ​ກອບ​ນິ​ຕິ​ກຳ​ໃຫ້​ສົມ​ບູນ​ແບບເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ໃນ​ໂລກ

ກົດໝາຍ ວ່າດ້ວຍ ຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ສປຊ ຄາດວ່າຈະລົງຄະແນນສຽງຮັບຮອງເອົາໃນວັນທີ 26 ມິຖຸນາ, ຢູ່ກອງປະຊຸມຄັ້ງທີ 9, ສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍສຳຄັນ, ເປັນຄັ້ງທຳອິດ ຫວຽດນາມ ມີປະມວນກົດໝາຍສົມບູນເພື່ອປັບປຸງທຸກການເຄື່ອນໄຫວຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ເປີດໄລຍະໃໝ່ໃນວິວັດການສືບຕໍ່ປະກອບສ່ວນເພື່ອສັນຕິພາບໂລກ.
ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ

ນັບແຕ່ເວລາເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ປີ 2024, ຫວຽດນາມ ໄດ້ສ້າງກອບນິຕິກຳໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ. ເພື່ອຕອບສະໜອງດ້ວຍບັນດາຄວາມຮຽກຮ້ອງໃໝ່, ເໝາະສົມກັບບົດບາດ ແລະ ຖານະຕຳແໜ່ງໃໝ່ຂອງ ຫວຽດນາມ ໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ, ເລື່ອງມີປະມວນກົດໝາຍສົມບູນກ່ຽວກັບຂົງເຂດເຂົ້າຮ່ວມກຳລັງຮັກສາສັນຕິພາບ ຂອງ ຫວຽດນາມ ແມ່ນມີຄວາມຈຳເປັນ.

ບາດລ້ຽວລະບອບລະບຽບການສຳຄັນ

ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວ ຮັກສາສັນຕິພາບ ສປຊ ແລະ ຜັນຂະຫຍາຍການຈັດສົ່ງກຳລັງເຂົ້າຮ່ວມນັບແຕ່ປີ 2014. ກ່ອນໜ້ານັ້ນ, ນັບແຕ່ປີ 1996, ຫວຽດນາມ ໄດ້ເຂົ້າຮ່ວມປະກອບສ່ວນພັນທະດ້ານການເງິນປະຈຳປີ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ, ພ້ອມທັງ ຈັດຕັ້ງຫຼາຍການສຳຫຼວດ, ຢ້ຽມຢາມຄະນະປະຕິບັດການຮັກສາສັນຕິພາບ ສປຊ ກໍຄືຢູ່ສຳນັກງານ ສປຊ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານວິຊາການ 1100 ເທື່ອຄົນໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ບັນດາຄະນະປະຕິບັດ, ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກັບບັນດາຄູ່ຮ່ວມມື 10 ສະບັບ.

ຜ່ານພຶດຕິກຳຕົວຈິງ 11 ປີແຫ່ງການເຂົ້າຮ່ວມ, ກົດໝາຍຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບ ສປຊ ໄດ້ສ້າງຕັ້ງເພື່ອສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງມີປະສິດທິຜົນ ແລະ ເລິກເຊິ່ງ. ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຢັ້ງຢືນວ່າ:

ການປະກາດໃຊ້ກົດໝາຍເພື່ອແນໃສ່ຫັນແຜນນະໂຍບາຍ, ແນວທາງຂອງພັກເປັນລະບອບລະບຽບການ, ສ້າງກອບນິຕິກຳໃຫ້ສົມບູນແບບຮັບປະກັນລັກສະນະຄົບຊຸດໃນລະບົບກົດໝາຍ, ເໝາະສົມກັບກົດບັດ ສປຊ ແລະ ບັນດາສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ແມ່ນສະມາຊິກ. ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສປຊ ສືບຕໍ່ປະກອບສ່ວນເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ຍົກສູງທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ ບົນເວທີສາກົນ.

ດ້ວຍ 4 ພາກ, 26 ມາດຕາ, ກົດໝາຍຫັນຫຼາຍນະໂຍບາຍເປັນລະອຽດ ລວມມີ: ສ້າງກຳລັງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ; ຜັນຂະຫຍາຍກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ພິເສດແມ່ນກົນໄກຢ່າງຈະແຈ້ງຮັບປະກັນແຫຼ່ງກຳລັງ, ລະບົບ, ນະໂຍບາຍໃຫ້ແກ່ກຳລັງເຂົ້າຮ່ວມການຮັກສາສັນຕິພາບ ສປຊ. ທ່ານພັນເອກ ເລກວັກຮຸຍ, ຫ້ອງການປະຈຳ ກະຊວງຕຳຫຼວດກ່ຽວກັບການຮັກສາສັນຕິພາບ ສປຊ ໃຫ້ຮູ້ວ່າ:

ຮ່າງກົດໝາຍຄັ້ງນີ້ມີຄວາມເອົາໃຈໃສ່ເຖິງລະບົບນະໂຍບາຍໃຫ້ແກ່ກຳລັງເຂົ້າຮ່ວມການຮັກສາສັນຕິພາບ. ບັນດາລະບົບ, ນະໂຍບາຍໃນເອກະສານນິຕິກຳໄດ້ກຳນົດເມື່ອກ່ອນນີ້ ລ້ວນແຕ່ໄດ້ເຕື້ອງເຖິງ ແລະ ຍົກລະດັບໃນກົດໝາຍສະບັບນີ້, ພ້ອມທັງມີຕື່ມອີກຫຼາຍຈຸດລະດົມກຳລັງໃຈ, ສົ່ງເສີມ, ສ້າງເງື່ອນໄຂເພື່ອໃຫ້ສ່ວນບຸກຄົນໝົດທຸກຄົນກໍ່ຄືພະນັກງານ, ນັກຮົບຈົດຊື່ເຂົ້າຮ່ວມການຮັກສາສັນຕິພາບ.

ໃນສະພາບການຫວຽດນາມ ພວມຍູ້ແຮງການເຊື່ອມໂຍງ ແລະ ຮ່ວມມືສາກົນຢ່າງແຮງໃນດ້ານສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນ ສປຊ, ກົດໝາຍເພີ່ມເຕີມບາງຂອບເຂດ, ເປົ້າໝາຍເຂົ້າຮ່ວມ ແມ່ນເໝາະສົມກັບທ່າອ່ຽງລວມຂອງ ສປຊ. ໃນຕົວຈິງແລ້ວ, ການເຄື່ອນໄຫວຮັກສາສັນຕິພາບ ສປຊ ບໍ່ພຽງແຕ່ຕ້ອງການກຳລັງການທະຫານເທົ່ານັ້ນຫາກຍັງຕ້ອງການມີນັກຊ່ຽວຊານພົນລະເຮືອນດ້ານການແພດ, ກົດໝາຍ, ການສຶກສາ, ພະລາທິການ…ອີກດ້ວຍ. ການລະດົມກຳລັງພົນລະເຮືອນມີວິຊາການຈະຊ່ວຍຍົກສູງປະສິດທິຜົນຂອງການປະຕິບັດໜ້າທີ່ ແລະ ເປີດກວ້າງຂອບເຂດປະກອບສ່ວນຂອງ ຫວຽດນາມ. ທ່ານພັນໂທ ໂຕລອງ, ຮອງຫົວໜ້າຫ້ອງການປະຈຳການ ຄະນະປະຕິບັດການຮັກສາສັນຕິພາບ ສປຊ, ຮອງຫົວໜ້າກົມພົວພັນປ້ອງກັນຄວາມສະຫງົບກັບຕ່າງປະເທດ, ກະຊວງຕຳຫຼວດ ຫວຽດນາມ ຢັ້ງຢືນວ່າ:

ກົດໝາຍສະບັບນີ້ຈະສ້າງກອບນິຕິກຳ ແລະ ຊ່ວຍການຜັນຂະຫຍາຍໄດ້ລຸລ່ວງ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ກົດໝາຍສະບັບນີ້ ທັງຫັນບັນດາປົດຮຽນປະສົບການທີ່ເກັບມາໄດ້ຈາກພຶດຕິກຳຕົວຈິງຂອງ ຫວຽດນາມໃນການຮັກສາສັນຕິພາບ ຂອງ ສປຊ ໃນໄລຍະຜ່ານມາເປັນລະອຽດ, ທັງສົ່ງເສີມການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ຂອງ ສປຊ ບໍ່ພຽງແຕ່ຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດເທົ່ານັ້ນຫາກຍັງຂອງພົນລະເຮືອນອີກດ້ວຍ. ສິ່ງນີ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ພັນທະສາກົນ.

ຈາກການເຂົ້າຮ່ວມຢ່າງຕັ້ງໜ້າກາຍເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າກິດຈະກຳ ຮັກສາສັນຕິພາບ ລວມ

ພ້ອມກັບກຳລັງປະກອບອາວຸດ, ເລື່ອງມີກຳລັງພົນລະເຮືອນປະກົດຂຶ້ນຢູ່ບັນດາຄະນະປະຕິບັດການຮັກສາສັນຕິພາບ ສປຊ ບໍ່ພຽງແຕ່ນຳມາເຊິ່ງພາບພົດຂອງປະເທດຮັກຫອມສັນຕິພາບ ແລະ ວັດທະນະທຳມະນຸດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈຍອມເສຍສະຫຼະຊີວິດເພື່ອປະຊາຄົມສາກົນ.

ໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມໃນລະຫວ່າງວັນທີ 12 – 14 ມິຖຸນາ, ທ່ານ Jean-Pierre Lacroix ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບການເຄື່ອນໄຫວຮັກສາສັນຕິພາບ ໄດ້ຕີລາຄາສູງຄວາມມານະພະຍາຍາມເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງ ຫວຽດນາມ, ໃນນັ້ນມີການສ້າງກົດໝາຍເຂົ້າຮ່ວມການຮັກສາສັນຕິພາບ ສປຊ ໃຫ້ສົມບູນນແບບ.

ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຢ່າງແຮງຕໍ່ສປຊ, ໃນນັ້ນມີການເຄື່ອນໄຫວຮັກສາສັນຕິພາບ ສປຊ. ພວກຂ້າພະເຈົ້າຍາມໃດກໍ່ເຫັນໄດ້ທັກສະ, ຄວາມສາມາດດ້ານວິຊາການຂອງກຳລັງ ຮັກສາສັນຕິພາບ ຫວຽດນາມ, ຍາມໃດກໍ່ປັບຕົວໃຫ້ແທດເໝາະ ແລະ ປະຕິບັດສຳເລັດວຽກງານໃນສະພາບການທີ່ຮ້າຍກາດ ຢູ່ຫຼາຍທ້ອງຖິ່ນ. ການປະກອບສ່ວນຂອງພວກເພື່ອນໄດ້ໜູນຊ່ວຍພວກຂ້າພະເຈົ້າສ້າງຄວາມແຕກຕ່າງກັນໃຫ້ແກ່ສັນຕິພາບ, ພິເສດແມ່ນສ້າງຄວາມແຕກຕ່າງກັນໃຫ້ແກ່ປະຊາຄົມ ຢູ່ບ່ອນທີ່ຖືກຜົນສະທ້ອນຈາກການປະທະກັນ. ເລື່ອງປະກາດໃຊ້ຕັ້ງກົດໝາຍ ແມ່ນມີຄວາມສຳຄັນ, ຮັບປະກັນໃຫ້ແກ່ບັນດາການປະກອບສ່ວນສຳເລັດຂອງການເຄື່ອນໄຫວຮັກສາສັນຕິພາບ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ບົນພື້ນຖານເຂົ້າຮ່ວມເໝາະສົມກັບຜົນປະໂຫຍດແຫ່ງຊາດ, ຊົນຊາດ, ເງື່ອນໄຂ ແລະ ຄວາມສາມາດຂອງຕົນ, ເຄົາລົບອະທິປະໄຕ, ເອກະລາດ, ຄວາມສະເໝີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ປົກປ້ອງສິດທິມະນຸດ, ຫວຽດນາມ ພວມຫັນແຕ່ການເຂົ້າຮ່ວມຢ່າງຕັ້ງໜ້າມາເປັນ ຄວາມເປັນເຈົ້າໃນຂົງເຂດຮັກສາສັນຕິພາບ ສາກົນ. ເລື່ອງກົດໝາຍເຂົ້າຮ່ວມການຮັກສາສັນຕິພາບ ສປຊ ສືບຕໍ່ຢັ້ງຢືນຕໍ່ໂລກ ກ່ຽວກັບຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການປະກອບສ່ວນເຂົ້າພາລະກິດແຫ່ງການຮັກສາສັນຕິພາບ ລວມ, ຜ່ານນັ້ນກໍ່ປະກອບສ່ວນປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດ ໂດຍໄວ, ຈາກໄກໂດຍສັນຕິວິທີ.


top