ຂ່າວສານ

ສ້າງໂຄງປະກອບຖັນແຖວພະນັກງານລັດຖະກອນຄືນໃໝ່ເພື່ອປະຕິຮູບນະໂຍບາຍເງິນເດືອນ

ເບິ່ງລວມແລ້ວ, ການຕີລາຄາພະນັກງານ, ລັດຖະກອນ, ພາລະກອນ ຍັງບໍ່ທັນຕິດແທດກັບສະພາບການຕົວຈິງ ແລະ ຍັງບໍ່ທັນອີງໃສ່ໝາກຜົນຂອງວຽກງານເທື່ອ.

ເບິ່ງລວມແລ້ວ, ການຕີລາຄາພະນັກງານ, ລັດຖະກອນ, ພາລະກອນ ຍັງບໍ່ທັນຕິດແທດກັບສະພາບການຕົວຈິງ ແລະ ຍັງບໍ່ທັນອີງໃສ່ໝາກຜົນຂອງວຽກງານເທື່ອ.

    

ພາບປະກອບກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ xv

ຕອນບ່າຍວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ, ບັນດາ ສສຊ ໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຊັກຖາມທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ ກ່ຽວກັບໝວດບັນຫາຂຶ້ນກັບຂົງເຂດພາຍໃນ. ເນື້ອໃນການຊັກຖາມລວມມີບັນດາບັນຫາກ່ຽວຂ້ອງເຖິງການຊັບຊ້ອນກົງຈັກພະນັກງານ, ກະທັດລັດພະນັກງານ, ລັດຖະກອນ, ພາລະກອນ, ຍົກສູງຄຸນນະພາບຂອງພະນັກງານ, ລັດຖະກອນ, ພາລະກອນ, ປະຕິບັດການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ລັດຖະກອນ, ພາລະກອນ...

ເມື່ອຕີລາຄາກ່ຽວກັບຄຸນນະພາບພະນັກງານ, ລັດຖະກອນ, ພາລະກອນ, ທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ ຖືວ່າ: ເບິ່ງລວມແລ້ວ, ການຕີລາຄາພະນັກງານ, ລັດຖະກອນ, ພາລະກອນ ຍັງບໍ່ທັນຕິດແທດກັບສະພາບການຕົວຈິງ ແລະ ຍັງບໍ່ທັນອີງໃສ່ໝາກຜົນຂອງວຽກງານເທື່ອ. ເພື່ອຕີລາຄາພະນັກງານ, ລັດຖະກອນ, ພາລະກອນ ເປັນຢ່າງດີກ່ວາອີກ, ກ່ອນອື່ນໝົດແມ່ນສຸມໃສ່ສ້າງລະບົບລະບຽບກົດໝາຍໃຫ້ສົມບູນແບບ ແລະ ຕ້ອງມີມາດຕະຖານຕີລາຄາຜ່ານໝາກຜົນວຽກງານລະອຽດ. ທ່ານນາງລັດຖະມົນຕີກະຊວງພາຍໃນ ຟ້າມທິແທັງຈ່າ ກ່່່າວວ່າ:

“ພວກເຮົາຕ້ອງສ້າງເລື່ອງກຳນົດຕຳແໜ່ງວຽກງານ, ກອບກຳລັງຄວາມສາມາດໃຫ້ສົມບູນແບບ. ຈາກນັ້ນ, ເປັນພື້ນຖານເພື່ອໃຫ້ພວກເຮົາຕີລາຄາຄຸນນະພາບຖັນແຖວພະນັກງານ, ລັດຖະກອນ, ພາລະກອນ ຕາມຕຳແໜ່ງວຽກງານໃນຕົວຈິງ. ບັນດາກະຊວງທີ່ຄຸ້ມຄອງຂະແໜງການ, ຂົງເຂດ, ທ້ອງຖິ່ນ ກໍ່ຕ້ອງອີງໃສ່ຂໍ້ກຳນົດລວມຂອງພັກ, ລັດຖະບານ ເພື່ອຫັນເປັນລະອຽດຢູ່ບັນດາອົງການ, ຫົວໜ່ວຍຂອງຕົນ ເພື່ອໃຫ້ການຊັບຊ້ອນ, ຕີລາຄາພະນັກງານ, ລັດຖະກອນ, ພາລະກອນ ມີຄວາມເປີດເຜີຍ, ຍຸຕິທຳ, ປະຊາທິປະໄຕ, ຊັດເຈນ. ນັ້ນແມ່ນພື້ນຖານ, ກຳລັງໜູນເພື່ອໃຫ້ພະນັກງານ, ລັດຖະກອນປະຕິບັດສຳເລັດວຽກງານໃຫ້ເປັນຢ່າງດີ”.

(ແຫຼ່ງຄັດຈາກ VOV)


top