ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ສ້າງແມ່ນຳ້ທຽມ ໃນໜອງລ້ຽງປາ

ດ້ວຍກ້າປ່ຽນແປງ ເຕັກໂນໂລຊີໃໝ່ ໃນການລ້ຽງສິນໃນນຳ້, ສະ ຫະກອນ ສິນໃນນຳ້ ຮວ່າຟອງ (ຕາແສງ ຮວ່າຟອງ, ເມືອງ ໝີ໋ ຮ່າວ) ກາຍເປັນແບບຢ່າງຂອງແຂວງ ຮຶງອຽນ ໃນການປະຕິ ບັດຢ່າງສຳເລັດຜົນ ຕາມຕົວແບບ ລ້ຽງປາສະອາດ ໂດຍການ ສ້າງແມ່ນຳ້ ທຽມ ໃນໜອງລ້ຽງປາ, ສ້າງລາຍຮັບຫຼາຍສິບຕື້ ດົ່ງ/ປີ ໃຫ້ ແກ່ຊາວກະສິກອນ. 
ທ່ານນາງ ໂດ໋ທິຖຳ -ປະທານສະຫະກອນ ສິນໃນນຳ້ ຮວ່າຟອງ ໃຫ້ຮູ້ວ່າ ຕົວແບບການລ້ຽງປາ ສະອາດຕາມມາດຕະຖານ VietGap ດ້ວຍເຕັກໂນໂລຊີ ທີ່ທັນສະໄໝ “ສ້າງແມ່ນຳ້ທຽມ ໃນໜອງລ້ຽງປາ” ໄດ້ສ້າງຂຶ້ນເມື່ອບັນດາຜູ້ຊ່ຽວຊານ ຂອງ ບໍລິ ສັດ Cargill (ສ ອາເມລິກາ) ມາແບ່ງປັນບົດຮຽນຂອງການລ້ຽງ ສິນໃນນຳ້ ໃນງານສຳມະນາ ຊຶ່ງຈັດຂຶ້ນໂດຍເມືອງ ໝີ໋ຮ່າວ.

ຈາກເນື້ອທີ່ດິນກວ້າງ 10 ເຮັກຕາຂອງຄອບຄົວ, ທ່ານນາງ ໂດ໋ ທິຖຳ ໄດ້ດັດປັບເນື້ອທີ່ດິນ ແລະ ສ້າງແມ່ນຳ້ນ້ອຍທຽມ ຫຼາຍ ສາຍໃນໜອງລ້ຽງປາ ຕາມເຕັກນິກທີ່ໄດ້ຮຽນມາ. ນອກຈາກ ໜອງ ລ້ຽງປາ 4 ໜອງທີ່ໄດ້ ສ້າງຈາກ ເງິນຊ່ວຍເຫຼືອ 600 ລ້ານ ດົ່ງຂອງເມືອງ ໝີ໋ຮ່າວ ແລະ ແຂວງ ຮຶງອຽນ, ຄອບ ຄົວທ່ານ ນາງ ໂດ໋ທິຖຳ ຍັງລົງທຶນສ້າງໜອງລ້ຽງປາ ອີກ 6 ໜອງ ແລະ ຕັດສິນໃຈສ້າງຕັ້ງສະຫະກອນ ສິນໃນນໍ້າຮວ່າຟອງ ເມື່ອປີ 2005. ໄດ້ຮູ້ວ່າ ປະລິມານການຜະລິດຂອງ ສະຫະກອນ ດ່ັງ ກ່າວ ບັນລຸໄດ້ເກືອບ 100 ໂຕນໃນປີທຳອິດ.


ພະນັກງານຂອງສະຫະກອນ ສິນໃນນຳ້ ຮວ່າຟອງ ພວມປະຕິ ບັດການກໍ່ສ້າງທໍ່ສົ່ງອາກາດ, ພາກສ່ວນໜຶ່ງທ່ີສຳຄັນຂອງການ ລ້ຽງປາຕາມຕົວແບບ ສ້າງແມ່ນຳ້ໃນໜອງ.


ລະບົບທໍ່ສົ່ງອາກາດ  ໄດ້ຕິດຕັ້ງຢູ່ໃຕ້ໜອງ.


ລະບົບທໍ່ສົ່ງອາດແຕ່ທາງນອກເຂົ້າໃນໜອງ.


ດ້ານຫຼັງຂອງໜອງລ້ຽງປາ ໄດ້ຕິດຕັ້ງຈັກສູບນຳ້ ແລະ ຮາງ ເພື່ອ
ດູດສິ່ງເສດເຫຼືອ ທີ່ປາຖ່າຍອອກ. ສິ່ງເສດເຫຼືອດັ່ງກ່າວ ຈະໄດ້ ເອົາໄປຮັບໃຊ້ໃຫ້ແກ່ການປູກຝັງ.



ອາກາດໄດ້ສູບເຂົ້າໃນໜອງລ້ຽງປາ ເພື່ອສ້າງເປັນກະແສນຳ້ໄຫຼ
ໃຫ້ປາລອຍທວນກະແສນໍ້າ.



ຫຼັງຈາກຕົວແບບ ການສ້າງແມ່ນຳ້ທຽມ ໃນໜອງລ້ຽງປາ ໄດ້ຮັບ ຜົນ ສຳເລັດ, ມີຫຼາຍຄະນະນັກຊ່ຽວຊານທັງພາຍໃນ ແລະ ຕ່າງ ປະເທດ ມາຢ້ຽມຢາມສະຫະກອນ ແລະ ຖອດຖອນບົດຮຽນ ຂອງ ການລ້ຽງປາ ຕາມເຕັກໂນໂລຊີໃໝ່. 

ພາຍໃຕ້ນຳພາ ຂອງ ທ່ານ ຫວູຢຸຍຮ່າວ -ຜູ້ສ້າງພື້ນຖານໂດຍກົງ ດ້ານເຕັກນິກ ໃຫ້ແກ່ຕົວແບບ ລ້ຽງປາຕາມເຕັກໂນໂລຊີ ໃໝ່ ຂອງ ສະຫະກອນ ສິນໃນນຳ້ ຮວ່າຟອງ, ພວກຂ້າພະເຈົ້າໄດ້ ເຫັນກັບຕາ ຕົວແບບ “ສ້າງແມ່ນໍ້າທຽມໃນໜອງລ້ຽງປາ”. ທ່ານ ຫວູຢຸຍຮ່າວ ໃຫ້ຮູ້ວ່າ ວິທີການລ້ຽງປາ ແບບເຕັກໂນໂລຊີໃໝ່ ມັນຕ່າງກັນກັບ ວິທີ ການລ້ຽງປາ ຕາມແບບມູນເຊື້ອ. ສຳລັບຕົວ ແບບການສ້າງ ແມ່ນຳ້ ທຽມ ໃນໜອງລ້ຽງປາ, ໜອງລ້ຽງປາ ຕ້ອງກໍ່ດ້ວຍເປຕົງ, ເລິກ 120 ຊັງຕີແມັດ,ໃຊ້ຕາໜ່າງທີ່ ເຮັດ ດ້ວຍເຫຼັກ ບໍ່ເຂົ້າໝ້ຽງ ເພື່ອຕັນສອງສົ້ນໜອງປາ, ກັ້ນບໍ່ໃຫ້ປາ ລອຍອອກ ໄປນອກ ຍ້ອນ ຈຳນວນປາທີ່ໄດ້ລ້ຽງໃນໜອງແບບນີ້ ຫຼາຍທົບ 10 ເທື່ອ ເມື່ອ ທຽບກັບໜອງລ້ຽງປາແບບທຳມະດາ. ລະບົບຈັກສູບນຳ້ ຈະສູບ ນຳ້ເຂົ້າໃນໜອງຕະຫຼອດ  ເພື່ອສ້າງ ເປັນກະແສນຳ້, ສ້າງສະພາບແວດລ້ອມທີ່ດີໃຫ້ປາ. ເສັ້ນທາງ ອ້ອມຮອບ ບັນດາໜອງປາ ຕ້ອງປູ ດ້ວຍເປຕົງ, ເວລາຝົນຕົກ ຈະບໍ່ເຮັດໃຫ້ໜອງ ເປື້ອນຍ້ອນຂີ້ດິນໄຫຼເຂົ້າໜອງ.

ວິທີການລ້ຽງ ປາ ແບບນີ້ຊ່ວຍເຮັດໃຫ້ຫຼຸດຜ່ອນຄ່າໃຊ້ຈ່າຍ, ປາ ມີຄຸນນະພາບທີ່ດີ, ບໍ່ຄາວ ຄືກັບການລ້ຽງປາ ຕາມແບບມູນ ເຊື້ອ. ຄຽງຄູ່ກັນນັ້ນ ເພື່ອຜະລິດປາ ທີ່ມີຄຸນນະພາບສູງ ແລະ ຮັກສາລາຄາຂາຍໄດ້ຢ່າງໝັ້ນຄົງ, ສະຫະກອນ ສິນນຳໃນນຳ້ ຮວ່າຟອງ ມີການຄຸ້ມຄອງກ່ຽວກັບ ອາຫານ ປາທີ່ໄດ້ນຳເຂົ້າ ມາ ຈາກ ສ ອາເມລິກາ ແລະ ຄຸ້ມຄອງ ຄຸນນະພາບ ຂອງ ປາຕັ້ງແຕ່ ໄລຍະລ້ຽງເຖິງເວລາຂາຍອອກ.


ລະບົບລ້ຽງປານິນແດງ ຕາມຕົວແບບ “ສ້າງແມ່ນຳ້ທຽມໃນໜອງ ລ້ຽງປາ” ຂອງສະຫະກອນ ສິນໃນນຳ້ ຮວ່າຟອງ, ເມືອງ ໝີ໋ຮ່າວ, ແຂວງ ຮຶງອຽນ.


ປາທີ່ໄດ້ລ້ຽງຕາມຕົວແບບດັ່ງກ່າວ ຈະມີເນື້ອແໜ້ນ ແລະ ຫອມ ແຊບ.


ປານິນແດງ ໄດ້ລ້ຽງຕາມຕົວແບບ “ສ້າງແມ່ນຳ້ທຽມ ໃນໜອງ ລ້ຽງ ປາ”.


ນອກຈາກປານິນແດງ, ສະຫະກອນດັ່ງກ່າວ ຍັງລ້ຽງປາໄນ, ປາປາກ ນຳອີກ.

ປະຈຸບັນ, ສະຫະກອນ ສິນໃນນຳ້ ຮວ່າຟອງ ມີໜອງລ້ຽງປາ ທັງ ໝົດ 16 ໜອງ, ລ້ຽງປາຫຼາຍຊະນິດຄື: ປານິນແດງ, ການິນ, ປາ ໄນ, ປາປາກ... ດ້ວຍປະລິການການຜະລິດ 200 ໂຕນ/ປີ, ສະ ໜອງປາໃຫ້ແກ່ບັນດາຮ້ານຄ້າໃຫຍ່ຢູ່ ຮ່າໂນ້ຍ ຄື: Big C, ອານ ຫວຽດ ແລະ ໂຮງຮຽນ ດວ່ານທິດຽມ. ພ້ອມກັນນັ້ນ, ຜະລິດ ຕະ ພັນປາຂອງສະຫະກອນ ສິນໃນນຳ້ ຮວ່າຟອງ ຍັງຈຳໜ່າຍອອກ ສູ່ ບັນດາແຂວງຕ່າງໆ ແລະ ກາຍເປັນ ແບບຢ່າງເພື່ອໃຫ້ບັນດາ ແຂວງພາກເໜືອມາຢ້ຽມຢາມ, ຮຽນແບບ, ຖອດຖອນບົດຮຽນ ກ່ຽວກັບວິທີການລ້ຽງປາສະອາດ ຕາມເຕັກໂນໂລຊີໃໝ່. 

ບົດ: ເງິນຮ່າ - ພາບ: ກົງດາດ


top