ຂ່າວສານ

ສ້າງແຜນນະໂຍບາຍ, ນະໂຍບາຍຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝໃຫ້ສົມບູນແບບ

ກອງປະຊຸມສຳມະນາໄດ້ສະໜອງໂດຍສັງເຂບກ່ຽວກັບການກຳນົດຮູບແບບການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045.

ກອງປະຊຸມສຳມະນາໄດ້ສະໜອງໂດຍສັງເຂບກ່ຽວກັບການກຳນົດຮູບແບບການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045.

    

ທີ່ກອງປະຊຸມສຳມະນາ

(ພາບ: TTXVN)

ວັນທີ 28 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ຄະນະເສດຖະກິດສູນກາງ, ຄະນະພັກນະຄອນ ໂຮ່ຈີມິນ ແລະ ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດກອງປະຊຸມສຳມະນາລະດັບຊາດ “ແຜນນະໂຍບາຍ, ນະໂຍບາຍຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045”.

        ກອງປະຊຸມສຳມະນາໄດ້ສະໜອງໂດຍສັງເຂບກ່ຽວກັບການກຳນົດຮູບແບບການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝຮອດປີ 2030, ວິໄສທັດຮອດປີ 2045; ບັນດາບັນຫາທິດສະດີ ແລະ ພຶດຕິກຳຕົວຈິງຫາກໍ່ວາງອອກຈາກຂະບວນວິວັດຫັນນະຄອນໂຮ່ຈີມິນ ເປັນອຸດສາຫະກຳ, ທັນສະໄໝ ແລະ ເຂດເສດຖະກິດຈຸດສຸມທາງພາກໃຕ້. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຖືວ່າ:

        “ພວກເຮົາຕ້ອງເລີ່ມຈາກວິທີສຳຜັດໃໝ່ຂອງເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໃນການກຳນົດເປົ້າໝາຍພັດທະນາປະເທດຊາດໃນໄລຍະໃໝ່. ພ້ອມກັນນັ້ນ, ເລີ່ມມາຈາກສະພາບການໃໝ່, ໂດຍສະເພາະແມ່ນບັນດາຜົນກະທົບຈາກການປ່ຽນແປງສາກົນຂອງການປະຕິວັດອຸດສາຫະກຳ 4.0 ກ່ຽວກັບບັນຫາການປ່ຽນແປງຂອງດິນຟ້າອາກາດ… ແລະ ເຮັດແຈ້ງກວ່າກ່ຽວກັບທີ່ຕັ້ງ, ບົດບາດຂອງການຫັນເປັນອຸດສາຫະກຳ, ທັນສະໄໝ ຄືດັ່ງວິທີສຳຄັນ ເພື່ອບັນລຸໄດ້ເປົ້າໝາຍປ່ຽນແປງໃໝ່, ເຊື່ອມໂຍງ, ພັດທະນາຢ່າງໄວ ແລະ ຍືນຍົງຂອງປະເທດຊາດ”.

(ແຫຼ່ງຄັດຈາກ VOV)


top