ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ສ້າງເສດຖະກິດ ແລະ ການທ່ອງທ່ຽວຈາກ ເມັດ ໂກໂກ້

ໃນພາສາ ຍີ່ປຸ່ນ ຄໍາວ່າ Bi ມີຄວາມໝາຍວ່າ “ສະອາດ,

ໃນພາສາ ຍີ່ປຸ່ນ ຄໍາວ່າ Bi ມີຄວາມໝາຍວ່າ “ສະອາດ, ງາມ”, ຄໍາວ່າ Nonມີຄວາມໝາຍວ່າ “ກະສິກໍາ” ເມື່ອປະກອບເປັນຄໍາ Binon ມີຄວາມຫມາຍວ່າ “ກະສິກໍາສະອາດ, ກະສິກໍາທີ່ສວຍງາມ” ແລະ ນັບແຕ່ປີ 2017ຈົນເຖິງປັດຈຸບັນ, ບໍລິສັດຫຸ້ນສ່ວນ Binon Cacao (ເມືອງ ເຈົາດຶກ, ແຂວງ ບ່າເຣ້ຍ ຫວຸ໋ງເຕົ່າ) ຍາມໃດກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າຕາມມາດຖານຂ້າງເທິງ ຈາກ ບັນດາ ຜະລິດຕະພັນ ໂກໂກ້ ສະອາດທີ່ມີຄຸນນະພາບສູງ (ອຸດສາ ຫະກຳສະອາດ) ທັງເປັນສະຖານທີ່ທ່ອງທ່ຽວທາງດ້ານກະສິກຳ ທີ່ເປັນເອກະລັກ ສະເພາະ (ກະ​ສິ​ກໍາ​ທີ່​ສວຍ​ງາມ​) ໃນ​ທ້ອງ​ຖິ່ນ​.

ຍ້ອນ​ດິນ​ຟ້າ​ອາ​ກາດ ແລະ ລັກສະນະດິນປູກຝັງ, ຕົ້ນ​ ໂກໂກ້ ຢູ່​ເມືອງ ເຈົາ​ດຶກ ຈິ່ງມີ​ຄຸນ​ນະ​ພາບ ແລະ ໃຫ້ຜົນຜະລິດສູງ, ມີ​ລົດ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ເມື່ອ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ຈາກ​ໝາກ​ ໂກໂກ້ ເຫຼົ່າ​ນີ້. ​ໂດຍ​ຮັບ​ຮູ້​ບັນດາ​ທ່າ​ໄດ້​ປຽບ​ດັ່ງ ກ່າວ, ບັນດາ​ ຜູ້​ຊ່ຽວ ຊານ​ໃນ​ຂົງ​ເຂດ​ກະສິກຳ​ເຕັກ​ໂນ​ໂລ​ຊີ​ສູງ ທີ່ມາຈາກປະເທດ ຍີ່ປຸ່ນ ໄດ້ສົມທົບ​ກັບ​ວິ​ສາ​ຫະກິດ ຫວຽດນາມ ຈໍານວນ​ໜຶ່ງ ​ສ້າງ​ຕັ້ງ​ບໍລິສັດ​ຫຸ້ນ​ສ່ວນ Binon Cacao ດ້ວຍຄວາມຫວັງວ່າ ​​ຜະລິດ​ ຊັອກ​ໂກ​ແລັດ ທີ່​ແຊບ, ມີລົດ​ຊາດ ຂອງ​ ທ້ອງ​ຖິ່ນ ທ່ີເປັນເອກະລັກ​. 

ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ບໍລິສັດ Binon Cacao ໄດ້​ປຸກລະດົມ ​ແລະ ຮ່ວມ​ມື​ກັບ​ຊາວ​ກະສິກອນ ຢູ່​ທ້ອງ​ຖິ່ນທີ່ພວມ​ປູກ​ຕົ້ນ ​ໂກໂກ້ ​ແບບ​ວິ ທີ​ດັ້ງ​ເດີມ ​ເພື່ອ​ຫັນ​ເປັນ​ຮູບ​ແບບ​ກະສິກຳ ​ປອດ​ສານພິດ. ບັນດາວິສະວະກອນຂອງ Binon Cacao ໄດ້ລົງໄປທ້ອງຖິ່ນເພື່ອໃຫ້ຄຳປືກສາ ແລະ ແນະນໍາ ເຕັກນິກ ດ້ານວິຊາການ ແລະ ການດູແລ ກໍ່ຄືຮັບຈຳໜ່າຍໝາກ ໂກໂກ້ ສົດ. ສ່ວນບໍລິສັດ Binon Cacao ໃນເບື້ອງຕົ້ນ ໄດ້ປູກທົດລອງຕົ້ນ ໂກໂກ້ ໃນເນື້ອທີ່ 2 ເຮັກຕາ, ປັດຈຸບັນ ໄດ້ຂະຫຍາຍເນື້ອທີ່ປູກ ແລະ ໂຮງງານຜະລິດ ຢູ່ ພາຍເຂດ ເປັນ 17 ເຮັກຕາ ທີ່ບ້ານ ເບົ່າແຊນ, ຕາແສງ ຊາບ່າງ, ເມືອງ ເຈົາດຶກ. Binon ມີຕ່ອງໂສ້ ການຜະລິດ ທີ່ທັນສະໄໝ ນໍາເຂົ້າຈາກປະເທດ ຍີ່ປຸ່ນ,  ໝາກ ໂກໂກ້ ພາຍຫຼັງເກັບຈາກສວນ ແລະ ມາຮອດ ໂຮງງານ ເພື່ອຈຳແນກປະເພດ ຈະຕ້ອງຜ່ານ 10 ຂັ້ນຕອນ ຂອງຕ່ອງໂສ້ການຜະລິດແບບຄົບວົງຈອນ ເພື່ອຜະລິດອອກມາ ຊັອກໂກແລັດ ທີ່ມີຄຸນະພາບສູງ, ລົດຊາດທີ່ແຊບ ຖືຍີ່ຫໍ້ Binon Cacao.

ບັນຍາກາດທີ່ BINON Cacao Park ແມ່ນເຢັນສະບາຍ ແລະ ໂຣແມນຕິກ ດ້ວຍໜອງນໍ້າ ແລະ ປ່າດົງດິບ. ພາບ: ຫງວຽນລວນ/VNP

ສວນໝາກ ໂກໂກ້ ທີ່ມີອາຍຸຫຼາຍປີ ຂອງ ບໍລິສັດຫຸ້ນສ່ວນ Binon Cacao ພວມຢູ່ໃນລະດູເກັບກ່ຽວ. ພາບ: ຫງວຽນລວນ/VNP

ໂກໂກ້ ໄດ້ຮັບການດູແລຢ່າງເຕັມທີ່ ແລະ ຄຸນລັກສະນະດິນປູກ ຝັງກໍ່ເໝາະສົມ, ສະນັ້ນ ຈະເລີນເຕີບໂຕ ແລະ ພັດທະນາໄດ້ດີ ຢູ່ເຂດດິນ ເຈົາດຶກ. ພາບ: ຫງວຽນລວນ/VNP

ທ່ານ ​ເຈືອງ​ວັນ​ເຕິນ, ຊາວ​ກະສິກອນ ​ທີ່​ມີ​ປະສົບ​ການ​ໃນການປູກ ໂກໂກ້ ມາກວ່າ 10 ປີ ​ຢູ່​ຕາ​ແສງ ​ຊາບ່າງ ພວມເກັບກ່ຽວ ໂກໂກ້. ພາບ: ຫງວຽນລວນ/VNP

ນັກທ່ອງທ່ຽວເກັບໝາກ ໂກໂກ້ ຢູ່ສວນ ແລະ ໄປຢ້ຽມຢາມຂັ້ນຕອນການປຸງແຕ່ງ ຊອ໋ກໂກແລັດ ຢູ່ໂຮງງານ. ພາບ: ຫງວຽນລວນ/VNP

Binon cacao ສະເພາະປູກແນວພັນ cocoa ສີເຫຼືອງ ແລະສີແດງ, ໝາກ ໂກໂກ້ ຈະເລີນເຕີບໂຕໄດ້ດີສໍາລັບໝາກໄມ້ຂະໜາດໃຫຍ່, ກ້ຽງ ແລະ ມີນ້ໍາ. ພາບ: ຫງວຽນລວນ/VNP

ໃນ 2 ​ເດືອນ​ຕົ້ນ​ປີ 2022,  Binon Cacao ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ກວ່າ 4.000 ຄົນ ດ້ວຍ​ລາຍ​ຮັບ​ເກືອບ 370 ລ້ານ​ດົ່ງ.

ທ່ານ ​ເຈືອງ​ວັນ​ເຕິນ, ຊາວ​ກະສິກອນ ​ທີ່​ມີ​ປະສົບ​ການ​ໃນການປູກ ໂກໂກ້ ມາກວ່າ 10 ປີ ​ຢູ່​ຕາ​ແສງ ​ຊາບ່າງ, ປັດຈຸ​ບັນ ພວມ​ປູກ ​ແລະ ສະໜອງ​ ໂກໂກ້ ​ສົດ​ໃຫ້​ບໍລິສັດ Binon ​ກ່າວ​ວ່າ: “ຮູບ​ແບບ​ການ​ປູກ​ ໂກໂກ້ ​ໃນ​ປັດຈຸ​ບັນ​ ແມ່ນ​ບໍ່​ມີ​ຄວາມ​ຫຍຸ້ງຍາກ ​ຍ້ອນໄດ້ຮັບການ​ແນະ​ນຳຢ່າງ​ລະ​ອຽດ​ຈາກບໍ​ລິ​ສັດ ​ກ່ຽວ​ກັບ​ຂັ້ນ​ຕອນ​ການ​ດູ​ແລ​ແບບ​ມາດ​ຕະ​ຖານ, ລະ​ບົບ​ຊົນ​ລະ​ປະ​ທານ​ ແບບ​ອັດ​ຕະ​ໂນ​ມັດ ແລະ ບໍ່​ຕ້ອງການ​ດູ​ແລ​ຫຼາຍ, ດ້ວຍ​ລາ​ຄາ​ຊື້​ໝາກ​ ໂກໂກ້ ສົດ​ແຕ່ 5.500 – 7.000 ດົ່ງ ຄືໃນ​ປັດຈຸບັນ, ໂກໂກ້ ​ຍັງ​ສ້າງລາຍຮັບດ້ານເສດຖະກິດສູງ​ກວ່າ​ພືດ​ບາງ​ຊະ​ນິດ.” ນອກ​ນີ້, ສວນ ໂກໂກ້ ທີ່​ທ່ານ​ ເຕິນ ​ໄດ້​ຮັບ​ການ​ດູ​ແລ ຍັງ​ເປັນສະຖານທີ່ ມີນັກ​ທ່ອງ​ທ່ຽວ​ ມາ​ຢ້ຽມຢາມ ​ແລະ ຮຽນ​ຮູ້​​ປະສົບ​ການ ເປັນຈຳນວນຫຼວງຫຼາຍ.

ໃນ​ເບື້ອງ​ຕົ້ນ, ບໍ​ລິ​ສັດ Binon Cacao ພຽງ​ແຕ່​ສຸມ​ໃສ່​ການ​ຜະ​ລິດ​ ຊັອກໂກແລັດ ທຸກປະເພດຈາກ ໝາກ​ ໂກໂກ້ ​ເທົ່າ​ນັ້ນ, ແຕ່​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຈາກ​ໝາກ​ໄມ້ທີ່​ມີ​ຕົ້ນ​ກຳ​ເນີດ​ຈາກ​ ອາ​ເມ​ລິ​ກາ​ກາງ ແລະ ທ່າໄດ້ປຽບໃນ ຕ່ອງໂສ້ຜະ​ລິດ​ຂອງ​ຕົນ, ມາ​ຮອດ​ປະັດຈຸ​ບັນ, ສະ​ເລ່ຍ​ແລ້ວ ບໍ​ລິ​ສັດ​ນຳ​ເຂົ້າ​ ໝາກ ໂກໂກ້ ​ສົດກວ່າ 6 ໂຕນ​ຕໍ່​ເດືອນ ​ເພື່ອ​ຜະລິດ​ ປະມານ 20 ຜະລິດ​ຕະ​ພັນ​ຈາກ​ໝາກ​ ໂກໂກ້ ​ທີ່​ແຊບ​ ຂອງດິນແດນ ເຈົາ​ດຶກ. ບາງຜະລິດຕະພັນຕົ້ນຕໍທີ່ຖື ຍີ່ຫໍ້ Binon Cocoa ເຊັ່ນ: ຊັອກໂກແລັດ, ຜົງ ໂກໂກ້ ບໍລິ ສຸດ, ຊາ, ເຫຼົ້າແວງ, ທັນຍາພືດ... ຜະລິດຕະພັນຂອງ Binon Cacao ໄດ້ຮັບການຢັ້ງຢືນ ISO 22000 ໂດຍອົງການ SGS ປະເມີນ, ດັ່ງນັ້ນ ປັດຈຸບັນ ຜະລິດຕະພັນຂອງບໍລິສັດ ໄດ້​ສົ່ງ​ອອກ​ໄປ​ຍັງ ຍີ່​ປຸ່ນ ​ກໍ່ຄືໄດ້ວາງຂາຍ​ຢູ່​ບັນດາ​ຮ້ານ​ສັບພະ​ສິນຄ້າ​ໃຫຍ່​ຢູ່ ​ຫວຽດນາມ, ລະບົບຮ້ານ​ສັບພະ​ສິນຄ້າ Muji ​ຍີ່ປຸ່ນ ຢູ່ ຫວຽດນາມ.

ຂັ້ນຕອນການຈຳແນກປະເພດ ໂກໂກ້ ໃນຕ່ອງໂສ້ການຜະ ລິດຢູ່ໂຮງງານ BINON. ພາບ: ຫງວຽນລວນ/ VNP

ຂັ້ນຕອນການຈຳແນກປະເພດ ໂກໂກ້ ໃນຕ່ອງໂສ້ການຜະ ລິດຢູ່ໂຮງງານ BINON. ພາບ: ຫງວຽນລວນ/ VNP

ຜະລິດຕະພັນ ໂກໂກ້ ຂອງ Binon ແມ່ນຄ່ອຍໆສໍາເລັດ. ພາບ: ຫງວຽນລວນ/VNP


BINON ໄດ້ຜະລິດຫຼາຍກວ່າ 20 ປະເພດຜະລິດຕະພັນຈາກ ໂກໂກ້ ທີ່ຫອມແຊບໃນທ້ອງຖິ່ນ, ສົ່ງອອກໄປຫຼາຍປະເທດທົ່ວໂລກ. ພາບ: ຫງວຽນລວນ/ VNP

ນອກຈາກນັ້ນ, ດ້ວຍມາດຖານ ບໍ່ພຽງແຕ່ເປັນຕົວແບບດ້ານເສດ ຖະກິດເທົ່ານັ້ນ, ກໍ່ຄືໄດ້ຮັບການສົ່ງເສີມ ແລະ ສະໜັບສະໜູນຂອງພະແນກການທ່ອງທ່ຽວແຂວງ ບ່າເຣ້ຍ ຫວຸ໊ງເຕົ່າ ແລະ ພະແນກວັດທະນະທຳ ແລະ ກິລາເມືອງ ເຈົາດຶກ, Binon Cacao ໄດ້ສ້າງເຂດປູກ ແລະ ຜະລິດ ໃຫ້ກາຍເປັນ ແຫຼ່ງທ່ອງທ່ຽວ ດ້ານກະສິກຳໃນທ້ອງຖິ່ນ. Binon Cacao Park ມີເນື້ອທີ່ 4 ເຮັກຕາ ຕິດກັບ ໜອງ ເບົ່າແຊນ ທີ່ສວຍງາມ ເຊິ່ງໄດ້ມາດຖານ ຢ່າງຄົບຖ້ວນເພື່ອໄດ້ຮັບການຮັບຮອງເປັນແຫຼ່ງທ່ອງທ່ຽວ. ມາທີ່ນີ້, ນັກທ່ອງທ່ຽວຈະໄດ້ສຳ ຜັດກັບການບໍລິການຫຼາຍຢ່າງເຊັ່ນ: ຢ້ຽມຊົມສວນ ໂກໂກ້ ແລະ ໂຮງງານຜະລິດ ນໍາໃຊ້ເຕັກໂນໂລຢີສູງ ຂອງ Binon, ເພີດເພີນກັບ ຊັອກໂກແລັດ, ດື່ມ ກາເຟ ຢູ່ແຄມໜອງ ທີ່ເຢັນສະບາຍ ແລະ ການບໍລິການຮ້ານອາຫານ, ຕັ້ງຄ້າຍພັກຜ່ອນ ສາມາດຕ້ອນຮັບນັກທ່ອງທ່ຽວໄດ້ຫຼາຍພັນຄົນ.


top