ຂ່າວສານ

ສ້າງເມືອງເກາະ ເຈື່ອງຊາ ກາຍເປັນສູນເສດຖະກິດ, ວັດທະນະທຳ, ສັງຄົມຢູ່ທະເລຂອງປະເທດຊາດ

ຕອນເຊົ້າວັນທີ 13 ມີນາ ຢູ່ແຂວງ ແຄງຮວ່າ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ທາງແຂວງຕ້ອງຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດທະເລ ແລະ ການປົກປັກຮັກສາອະທິປະໄຕທະເລໝູ່ເກາະ; ສ້າງເມືອງເກາະ ເຈື່ອງຊາ ກາຍເປັນສູນເສດຖະກິດ, ວັດທະນະທຳ, ສັງຄົມຢູ່ທະເລຂອງປະເທດຊາດ, ແມ່ນເຂດປ້ອງກັນຕົວທີ່ໝັ້ນແກ່ນແໜ້ນໜາ, ປະກອບສ່ວນປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກສິດຂອງປະເທດຊາດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

 ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກວ່າ ຄວນຜັນຂະຫຍາຍບັນດາມາດຕະການພັດທະນາການທ່ອງທ່ຽວທະເລ, ໝູ່ເກາະ, ການບໍລິການຄຸນນະພາບສູງຢ່າງຄົບຊຸດ; ອຸດສາຫະກຳ, ກ່ຳປັ່ນທະເລ, ການຂົນສົ່ງທາງທະເລ - ທາງອາກາດ; ຕົວເມືອງແຄມທະເລ; ການປູກລ້ຽງ, ຂຸດຄົ້ນ, ປຸງແຕ່ງສິນໃນນ້ຳ; ຕິດພັນກັບໜ້າທີ່ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮັກສາຄວາມໝັ້ນຄົງທາງການເມືອງ ແລະ ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍສັງຄົມໃນແຕ່ລະແຜນນະໂຍບາຍ, ນະໂຍບາຍ, ຍຸດທະສາດ, ການວາງແຜນຜັງ, ແຜນການ, ໂຄງການພັດທະນາເສດຖະກິດສັງຄົມ.

ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ແຂວງຍູ້ແຮງການຫັນປ່ຽນໂຄງປະກອບເສດຖະກິດຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕໃນພື້ນຖານໝູນໃຊ້ວິທະຍາສາດເຕັກໂນໂລຢີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ, ຍູ້ແຮງການຫັນປ່ຽນດີຈີຕອນ; ເພີ່ມທະວີການຮ່ວມມື, ສ້າງສາຍສຳພັນກັບແຂວງຕ່າງໆໃນທາງທິດໃຕ້ຂອງພາກກາງ, ເຂດໄຕງວຽນ ແລະ ທ້ອງຖິ່ນຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ, ກຸ່ມບໍລິສັດເສດຖະກິດ, ອົງການການເງິນສາກົນ ແນໃສ່ເສີມຂະຫຍາຍກຳລັງແຮງພາຍໃນ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຂວງໄດ້ຢ່າງສຸດຂີດ.



top