ຂ່າວສານ

ສ້າງເງື່ອນໄຂໃຫ້ຊາວຕ່າງປະເທດ ແລະ ຊາວ ຫວຽດນາມ ພ້ອມດ້ວຍຍາດພີ່ນ້ອງກັບຄືນປະເທດ

      ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫາກໍອອກເອກະສານວ່າດ້ວຍການຕົກລົງຕໍ່ແຜນນະໂຍບາຍສ້າງເງື່ອນໄຂສະດວກກ່ຽວກັບລະບຽບການເຂົ້າເມືອງ ຫວຽດນາມ ສຳລັບຊາວຕ່າງປະເທດ, ຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຍາດພີ່ນ້ອງກັບຄືນປະເທດ.
(ພາບປະກອບ: ກະຊວງສາທາລະນະສຸກ)
      ເອກະສານສະບັບດັ່ງກ່າວໄດ້ລະບຸຢ່າງຈະແຈ້ງວ່າ ເປົ້າໝາຍຊາວຕ່າງປະເທດເຂົ້າເມືອງ ຫວຽດນາມ  ແມ່ນຜູ້ທີ່ໄດ້ຮັບຄຳເຊີນ ແລະ ຮັບປະກັນຈາກສຳນັກງານ, ອົງການຈັດຕັ້ງ, ສ່ວນບຸກຄົນ ຖືກຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ການຜ່ານແດນ, ການພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ; ສະເພາະຊາວຕ່າງປະເທດທີ່ມາທ່ຽວຢູ່ ຫວຽດນາມ, ໃນສະເພາະໜ້າແມ່ນໃຫ້ປະຕິບັດຕາມລາຍການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ.
        ສຳລັບຊາວຕ່າງປະເທດ, ຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຍາດຕິພີ່ນ້ອງ ທີ່ມີໃບອະນຸຍາດພັກເຊົາ, ໃບອະນຸຍາດພັກເຊົ່າຊົ່ວຄາວ, ວີຊາ, ໜັງສືຍົກເວັ້ນວີຊາ ທີ່ຍັງມີຜົນສັກສິດ ແມ່ນໄດ້ເຂົ້າເມືອງ ຫວຽດນາມ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການເຂົ້າ, ອອກເມືອງ, ການຜ່ານແດນ, ການພັກເຊົາຂອງຊາວຕ່າງປະເທດຢູ່ ຫວຽດນາມ ແລະ ດຳລັດຂອງລັດຖະບານ ໂດຍບໍ່ຕ້ອງເຮັດລະບຽບການກວດກາບຸກຄະລາກອນ, ຂໍອອກວິຊາ ຫຼືຍົກເວັ້ນວີຊາ ແລະ ກໍບໍ່ຕ້ອງຂໍອະນຸມັດເຂົ້າເມືອງຈາກກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
        ສຳລັບຄົນຕ່າງປະເທດທີ່ຍັງບໍ່ທັນມີ ວີຊາ: ຄະນະກຳມະການປະຊາຊົນແຂວງ ສືບຕໍ່ພິຈາລະນາອະນຸມັດ, ສ້າງເງື່ອນໄຂສະດວກໃຫ້ກໍລະນີທີ່ເຂົ້າມາເພື່ອເຮັດວຽກ, ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຮ່ຳຮຽນ, ເຄື່ອນໄຫວມະນຸດສະທຳ… ໃນບໍລິເວນແຂວງ; ບັນດາກະຊວງ, ຂະແໜງການ, ອົງການສູນກາງ ເປັນເຈົ້າການຕັດສິນການເຊື້ອເຊີນ, ຕ້ອນຮັບ ແລະ ຮັບຜິດຊອບຄຸ້ມຄອງຊາວຕ່າງປະເທດທີ່ມາເຮັດວຽກຢູ່ອົງການຂອງຕົນ.
(ແຫຼ່ງຄັດຈາກ VOV)


top