ຂ່າວສານ

ສ້າງເງື່ອນໄຂສະດວກໃຫ້ແຂກສາກົນເຂົ້າມາຫວຽດນາມ

ຕາມທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ແລ້ວ, ຊາວຕ່າງປະເທດທີ່ເຂົ້າມາຫວຽດນາມ ດ້ວຍຈຸດປະສົງທ່ອງທ່ຽວ ອາດຈະຕິດຕໍ່ກັບບັນດາບໍລິສັດທ່ອງທ່ຽວສາກົນຢູ່ ຫວຽດນາມ ເພື່ອໃຫ້ບໍລິສັດເຫຼົ່ານີ້ ປະຕິບັດລະບຽບການກັບກົມຄຸ້ມຄອງການເຂົ້າ - ອອກເມືອງ
  ພາບປະກອບ: TTXVN  

 ຕອນບ່າຍວັນທີ 17 ມີນາ, ຢູ່ກອງປະຊຸມຂ່າວປະຈຳເດືອນກະຊວງການຕ່າງປະເທດຫວຽດນາມ ໄດ້ດຳເນີນແບບທາງໄກ, ປະກາດຢ່າງຈະແຈ້ງກ່ຽວກັບແຜນການເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນຂອງ ຫວຽດນາມ, ລວມມີບັນດາຂໍ້ກຳນົດກ່ຽວກັບເປົ້າໝາຍເຂົ້າເມືອງ ແລະ ການແຍກຕົວ, ກັກກັນພະຍາດໂຄວິດ - 19, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ໂດຍອີງໃສ່ການຜັນແປຂອງໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ກໍ່ຄືຢູ່ໃນໂລກ, ວັນທີ 15 ຜ່ານມາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດໃຊ້ເອກະສານດີຈີຕອນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສຳລັບຜູ້ທີ່ຈະເຂົ້າມາຫວຽດນາມ.

ອີກຄັ້ງໜຶ່ງ, ທ່ານນາງໂຄສົກກະຊວງການຕ່າງປະເທດ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໄດ້ມີແຜນນະໂຍບາຍເປີດປະຕູເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໃນເງື່ອນໄຂປົກກະຕິໃໝ່. ໂດຍໄດ້ຜັນຂະຫຍາຍແຜນນະໂຍບາຍນີ້, ໃນໄລຍະຜ່ານມາ, ບັນດາກະຊວງ, ຂະແໜງການທີ່ມີພາລະບົດບາດ ແລະ ໜ້າທີ່ຂອງຕົນ, ໄດ້ຕັ້ງໜ້າສົມທົບກັນ, ຜັນຂະຫຍາຍການຄົ້ນຄ້ວາ, ສ້າງຄຳແນະນຳກ່ຽວກັບຂັ້ນຕອນການເຂົ້າເມືອງ ແລະ ຕ້ອນຮັບແຂກທ່ອງທ່ຽວສາກົນມາຫວຽດນາມ.

ຕາມທ່ານນາງໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ແລ້ວ, ຊາວຕ່າງປະເທດທີ່ເຂົ້າມາຫວຽດນາມ ດ້ວຍຈຸດປະສົງທ່ອງທ່ຽວ ອາດຈະຕິດຕໍ່ກັບບັນດາບໍລິສັດທ່ອງທ່ຽວສາກົນຢູ່ ຫວຽດນາມ ເພື່ອໃຫ້ບໍລິສັດເຫຼົ່ານີ້ ປະຕິບັດລະບຽບການກັບກົມຄຸ້ມຄອງການເຂົ້າ - ອອກເມືອງ ແລະ ຫຼັງຈາກນັ້ນ ອາດຈະໄດ້ຮັບວີຊາຢູ່ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ຫຼື ອົງການທີ່ໄດ້ຮັບການມອບສິດອອກວິີຊາ ຄືຫ້ອງການເສດຖະກິດວັດທະນະທຳຫວຽດນາມ ປະຈຳໄທເປ.

ກະຊວງການຕ່າງປະເທດໄດ້ຊີ້ນຳອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຢູ່ຕ່າງປະເທດ ແລະ ອົງການໄດ້ຮັບການມອບສິດອອກວີຊາຕ້ອງສົມທົບກັບສຳນັກງານ, ອົງການຈັດຕັ້ງທີ່ກ່ຽວຂ້ອງຢູ່ພາຍໃນປະເທດ ແກ້ໄຂຄວາມຮຽກຮ້ອງຕ້ອງການກ່ຽວກັບວີຊາຂອງແຂກທີ່ເຂົ້າມາທ່ອງທ່ຽວຢູ່ຫວຽດນາມ, ກໍ່ຄືສຶກສາຕະຫຼາດເພື່ອດຳເນີນທຸລະກິດ ແລະ ລົງທຶນ.



top