ຂ່າວສານ

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍສໍາຜັດກັບແຫຼ່ງທຶນຈາກທະນາຄານ

      ຕາມການສະຖິຕິຂອງຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ (VCCI)ແລ້ວ,ປັດຈຸບັນ, ມີພຽງແຕ່ 40% ວິສາຫະກິດຂະໜາດກາງ ແລະ ນ້ອຍໄດ້ສໍາຜັດກັບແຫຼ່ງທຶນຈາກທະນາຄານ,ໂດຍສະເພາະ ແມ່ນສໍາລັບບັນດາວິສາຫະກິດ startup.

(ພາບປະກອບ: vov.vn)
      ຕາມການສະເໜີແນະຂອງນັກຊ່ຽວຊານດ້ານເສດຖະກິດແລ້ວ, ໄປຄຽງຄູ່ກັບການສ້າງກົນໄກນະໂຍບາຍຂອງພາກລັດໃຫ້ສົມບູນແບບນັ້ນ, ສິ່ງສໍາຄັນແມ່ນ ການເປັນເຈົ້າການໃນການເຊື່ອມຕໍ່ລະຫວ່າງວິສາຫະກິດ ແລະ ທະນາຄານການຄ້າອີກດ້ວຍ. ທ່ານຫວູຕ໋ຽນຫຼົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ, ໃຫ້ຮູ້ວ່າ:
        ບັນດາທະນາຄານຄວນຕອບສະໜອງມາດຕະການ ເພື່ອໜູນຊ່ວຍການພັດທະນາຂອງວິສາຫະກິດຂະໜາດກາງ ແລະ ນ້ອຍ. ທະນາຄານ ກໍຄວນຄຽງບ່າຄຽງໄລ່ໃນການຕອບສະໜອງຂໍ້ມູນຂ່າວສານ, ການໃຫ້ຄໍາປຶກສາ ແລະ ການບໍາລຸງສ້າງ ເພື່ອເຊື່ອມຕໍ່ການສໍາຜັດກັບຕະຫຼາດ. ນີ້ຈະແມ່ນວິທີການ ເພື່ອຍົກສູງປະສິດທິຜົນການຜະລິດດໍາເນີນທຸລະກິດຂອງວິສາຫະກິດ, ພ້ອມທັງແມ່່ນວິທີການຍົກສູງປະສິດທິຜົນໃນການສະໜອງການສິນເຊື່ອຂອງບັນດາວິສາຫະກິດ”.
 (ແຫຼ່ງຄັດຈາກ VOV)


top