ຂ່າວສານ

ສ້າງເງື່ອນໄຂການດຳລົງຊີວິດໃຫ້ແກ່ຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍເປັນຢ່າງດີ

ຕອນບ່າຍວັນທີ 05 ກໍລະກົດ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແຂວງ ນາມດິ້ງ. 

 ທີ່ການຕ້ອນຮັບ (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢືນຢັນວ່າ: ພັກ ແລະ ລັດ ຍາມໃດກໍ່ຈົດຈຳບຸນຄຸນ ແລະ ມີນະໂຍບາຍບຸລິມະສິດໃຫ້ແກ່ບັນດາເປົ້າມາຍເປັນຜູ້ມີຄຸນງາມຄວາມດີ. ທ່ານ ເຈືອງຮ່ວາບີ່ງ ໄດ້ຍ້ອງຍໍຄວາມມານະພະຍາຍາມຂອງອົງຄະນະພັກ, ອຳນາດການປົກຄອງແຂວງ ນາມດິ້ງ ທີ່ໄດ້ເອົາໃຈໃສ່ປະຕິບັດລະບອບນະໂຍບາຍຜູ້ມີຄຸນງາມຄວາມດີ, ສະແດງໃຫ້ເຫັນມູນເຊື້ອຢ່າງເລິກເຊິ່ງ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງປະເທດຊາດ ຫວຽດນາມ. ທ່ານ ເຈືອງຮ່ວາບີ່ງ ກໍ່ປາດຖະໜາວ່າ ຜູ້ມີຄຸນງາມຄວາມດີແຂວງ ນາມດິ້ງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ເຈດຈຳນົງຂອງນັກຮົບກອມມູນິດ, ເປັນແບບຢ່າງດີເດັ່ນໃຫ້ລຸ້ນໜຸ່ມ, ກ່ອນອື່ນໝົດແມ່ນຂົນຂວາຍຄອບຄົວ, ສຶກສາໃຫ້ລູກຫຼານປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)

top