ຂ່າວສານ

ສ້າງເຄືອຂ່າຍໜູນຫຼັງສະດວກທີ່ສຸດໃຫ້ແກ່ວິສາຫະກິດ ຫວຽດນາມ ບືນຕົວອອກສູ່ໂລກ

      ການໂອ້ລົມສົນທະນາແມ່ນການເຄື່ອນໄຫວນອນໃນຂອບເຂດກອງປະຊຸມການທູດຄັ້ງທີ 30 ດ້ວຍການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ກ່ວາ 90 ທ່ານ ໃນທົ່ວໂລກ
 ສ້າງເຄືອຂ່າຍໜູນຫຼັງທີ່ສະດວກທີ່ສຸດໃຫ້ແກ່ວິສາຫະກິດ ຫວຽດນາມ ບືນຕົວອອກສູ່ໂລກ - ນີ້ແມ່ນຈິດໃຈຂອງການໂອ້ລົມສົນທະນາລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າການທູດ ແລະ ວິສາຫະກິດ ຈັດຕັ້ງໃນຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ. ການໂອ້ລົມສົນທະນາແມ່ນການເຄື່ອນໄຫວນອນໃນຂອບເຂດກອງປະຊຸມການທູດຄັ້ງທີ 30 ດ້ວຍການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ກ່ວາ 90 ທ່ານ ໃນທົ່ວໂລກ, ບັນດານັກຊ່ຽວຊານດ້ານເສດຖະກິດ, ພ້ອມກັບປະຊາຄົມວິສາຫະກິດ ຫວຽດນາມ ເປັນຈຳນວນຫຼວງຫຼາຍ.
        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຢັ້ງຢືນວ່າ: ການປະກອບສ່ວນຫຼັກແຫຼ່ງຂອງການທູດໃນໄລຍະຜ່ານມາແມ່ນຮັກສາ ແລະ ປັບປຸງສະພາບແວດລ້ອມສາກົນທີ່ສະດວກໃຫ້ແກ່ວິສາຫະກິດທຳມາຫາກິນກັບບັນດາຄູ່ຮ່ວມມືຕ່າງປະເທດ. ຫວຽດນາມ ໄດ້ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານກັບ 27 ຄູ່ຮ່ວມມື, ຊຸກຍູ້ການເຈລະຈາ ແລະ ລົງນາມໃນສັນຍາການຄ້າເສລີ 16 ສະບັບ. ນີ້ແມ່ນບັນດາປະຖົມປັດໄຈດ້ານການເມືອງ, ເສດຖະກິດ, ນິຕິກຳ ແລະ  ພິເສດແມ່ນມູນຄ່າເພື່ອໃຫ້ວິສາຫະກິດ ຫວຽດນາມ ອາດຈະດຳເນີນທຸລະກິດສະເໝີພາບ, ມີຜົນປະໂຫຍດ ແລະ ໄດ້ບຸລິມີສິດພໍສົມຄວນໃນຕະຫຼາດສາກົນ. ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ກ່າວວ່າ:    
ໄລຍະທາງແຫ່ງການເຊື່ອມໂຍງໃນຕໍ່ໜ້າຂອງປະເທດຊາດສືບຕໍ່ມີສິ່ງທ້າທາຍຫຼາຍຢ່າງຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ ແລະ ວິສາຫະກິດຈະແມ່ນເປົ້າໝາຍທຳອິດຕ້ອງຮັບບັນດາຄວາມສ່ຽງນັ້ນ. ລັດທິອາລັກຂາເພີ່ມຂຶ້ນ, ຄວາມສ່ຽງຈາກສົງຄາມການຄ້າ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4… ໃນສະພາບການໃໝ່, ຄວາມຕ້ອງການຂອງວິສາຫະກິດຈະຫຼາຍກ່ວາ, ສັບສົນກ່ວາ ແລະ ກໍ່ຍາກທີ່ຈະຕອບສະໜອງໄດ້ກ່ວາ. ຈຸດໝາຍຂອງການໂອ້ລົມສົນທະນາຄັ້ງນີ້ແມ່ນເພື່ອຊອກຫາວິທີການດີທີ່ສຸດເພື່ອໃຫ້ບັນດາອົງການຕາງໜ້າທາງການທູດ ອາດຈະຮຽງບ່າຮຽງໄຫຼ່ພ້ອມກັບວິສາຫະກິດ.
 (ແຫຼ່ງຄັດຈາກ VOV)


top