ຂ່າວສານ

ສ້າງສຳ​ເນົາ​ເອ​ກະ​ສານ 2 ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​​ດີ​ເດັ່ນ ຍື່ນ​ສະ​ເໜ​ີ​ຕ​ໍ່ UNESCO

ວັນທີ 20 ຕຸລາ ປີ 2021, ຫ້ອງວ່າການລັດຖະບານ ໄດ້ປະກາດໃຊ້ເອກະສານ ຄັດສະເໜີຄຳເຫັນຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່ຽວກັບການສ້າງ ເອກະສານມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ຂອງ ຫວຽດນາມ ເພື່ອຍື່ນສະເໜີຕໍ່ UNESCO.
ສິລະປະຂັບແຈ່ວ (ພາບ: TTXVN)

ລະອຽດແມ່ນ, ທ່ານຮອງນາຍົກລັດຖະມົນຕີ ເຫັນດີ ໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເປັນເຈົ້າພາບ, ສົມທົບກັບກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ສ້າງເອກະສານໃຫ້ 2 ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ນັ້ນແມ່ນ: ສິລະປະຂັບແຈ່ວ ເຂດທົ່ງພຽງແມ່ນ້ຳແດງ  ແລະ ມວຍພື້ນເມືອງ ບິ່ງດິ້ງ, ຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ອະນຸຍາດ ໃຫ້ ຍື່ນສະເໜີຕໍ່ UNESCO ເພື່ອຮັບຮອງເປັນ ມໍລະດົກວັດທະນະທຳໂລກ.
(ແຫຼ່ງຄັດຈາກ VOV)

top