ຂ່າວສານ

ສ້າງສຳເລັດແຜນການແບ່ງເຂດ ແລະ ຊຸກຍູ້ການຮ່ວມສຳພັນລະຫວ່າງເຂດ

ການວາງແຜນຜັງເຂດ ແມ່ນມີຄວາມໝາຍສຳຄັນພິເສດໃນລະບົບການວາງແຜນຜັງແຫ່ງຊາດ


 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢູ໋ງ 

ພາບ:TTXVN


ວັນທີ 4 ມີຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢູ໋ງ ໄດ້ເປັນປະທານກອງປະຊຸມກ່ຽວກັບແຜນການແບ່ງເຂດ ໄລຍະ 2021 – 2030 ເພື່ອຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການວາງແຜນຜັງ. ແຜນການແບ່ງເຂດແມ່ນປະຖົມປັດໄຈເພື່ອສ້າງບັນດາແຜນຜັງເຂດ. ສະນັ້ນ  ການສ້າງ ແລະຮັບຮອງເອົາແຜນການແບ່ງເຂດ ໄລຍະ 2021 – 2030 ແມ່ນພື້ນຖານຈຳເປັນເພື່ອຜັນຂະຫຍາຍການສ້າງແຜນການແບ່ງເຂດໄລຍະ 2021 – 2030, ວິໄສທັດຮອດປີ 2030 ໃຫ້ທັນການ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢູ໋ງ ເນັ້ນຫນັກວ່າ: ການວາງແຜນຜັງເຂດ ແມ່ນມີຄວາມໝາຍສຳຄັນພິເສດໃນລະບົບການວາງແຜນຜັງແຫ່ງຊາດ, ສ້າງການເຊື່ອມຕໍ່, ຫນູນຊ່ວຍ ແລະເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງບັນດາທ້ອງຖິ່ນໃນເຂດໃຫ້ໄດ້ຢ່າງສຸດຂີດເພື່ອຊຸກຍູ້ການພັດທະນາເສດຖະກິດ ສັງຄົມ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ, ເນື້ອໃນ ຈິດໃຈ, ປົກປັກຮັກສາສິ່ງແວດລ້ອມ, ມຸ່ງໄປເຖິງຄາດໝາຍພັດທະນາແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

top