ຂ່າວສານ

ສ້າງສາຍພົວພັນມິດຕະພາບກັບບັນດາປະເທດຄູ່ຮ່ວມມືທີ່ເປັນມູນເຊື້ອຢູ່ພາກພື້ນ ອາເມລິກາລາຕິງ ໃຫ້ເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນເລື່ອງເພີ່ມທະວີການພົວພັນຫຼາຍດ້ານກັບ 3 ປະເທດ, ຫັນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ປະກົດຜົນເປັນຈິງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ (ພາບປະກອບ: TTXVN)

ໂດຍຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກຸຍບາ Esteban Lazo Hernandez, ທ່ານປະທານສະພາຕ່ຳ ອາກຊັກຕິນ Cecilia Moreau ແລະ ທ່ານປະທານສະພາສູງ ອູຣຸກວາຍຕາເວັນອອກ Beatriz Argimon Cedeira, ວັນທີ 18 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມ ສ.ກຸຍບາ, ສ.ອາກຊັງຕິນ ແລະ ສ.ອູຣຸກວາຍຕາເວັນອອກ ເປັນທາງການ. ການຢ້ຽມຢາມສະແດງໃຫ້ເຫັນຢ່າງຈະແຈ້ງຄຳໝັ້ນສັນຍາ, ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນເລື່ອງເພີ່ມທະວີການພົວພັນຫຼາຍດ້ານກັບ 3 ປະເທດ, ຫັນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ປະກົດຜົນເປັນຈິງ, ນັ້ນແມ່ນໃຫ້ບຸລິມະສິດສ້າງການພົວພັນມິດຕະພາບກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອຢູ່ພາກພື້ນ ອາເມລິກາ ລາຕິງ ໃຫ້ເລິກເຊິ່ງຂຶ້ນຕື່ມ.

ການໄປປະຕິບັດງານຢູ່ພາກພື້ນ ອາເມລິກາ ລາຕິງ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ດຳເນີນໄປແຕ່ວັນທີ 18 – 28 ເມສາ. ສ.ກຸຍບາ ແມ່ນປະເທດແວຢ້ຽມຢາມທຳອິດໃນການເດີນທາງຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ, ກົງກັບໂອກາດສະເຫຼີມສະຫຼອງຫຼາຍເຫດການສຳຄັນຂອງການປະຕິວັດ ກຸຍບາ ແລະ ການພົວພັນລະຫວ່າງ 2 ປະເທດ.

ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບສັດຊື່ບໍລິສຸດກັບປະຊາຊົນ ກຸຍບາ

ການເດີນທາງໄປຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ດຳເນີນໄປໃນສະພາບທີ່ ຫວຽດນາມ ແລະ ກຸຍບາ ພວມກະກຽມຈັດຫຼາຍການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 50 ປີແຫ່ງການໄປຢ້ຽມຢາມ ຫວຽດນາມ ຂອງຜູ້ນຳ Fidel Castro ຢູ່ແຂວງ ກວາງຈີ້ (1973 – 2023) ແລະ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຄະນະກຳມະການ ກຸຍບາ ສະມັກຄີກັບພາກໃຕ້ ຫວຽດນາມ (25 ກັນຍາ 1963).

 ການມາຢ້ຽມຢາມເຂດດິນແດນ “ຮ້ອນເຮັ່ງ” ຂອງຜູ້ນຳ ກຸຍບາ Fidel Castro, ດຳເນີນໄປພາຍຫຼັງສັນຍາສັນຕິພາບ ປາຣີ ໄດ້ຮັບການລົງນາມເປັນເວລາ 2-3 ເດືອນ ແລະ ຄຳເວົ້າອະມະຕະຂອງທ່ານ “ເພື່ອ ຫວຽດນາມ, ກຸຍບາ ພ້ອມແລ້ວຈະເສຍສະຫຼະເລືອດເນື້ອຂອງຕົນ” ໄດ້ກາຍເປັນສັນຍາລັກຂອງນ້ຳໃຈສາມັກຄີອ້າຍນ້ອງມີຄວາມສະໜິດຕິດພັນ, ສັດຊື່ບໍລິສຸດຂອງທັງ 2 ຊາດ.

ເພື່ອຕອບຄືນ, ເມື່ອ ກຸຍບາ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຍາມໃດ ຫວຽດນາມ ກໍ່ໃຫ້ການຊ່ວຍເຫຼືອດ້ວຍຫຼາຍຮູບການ, ສະແດງໃຫ້ເຫັນນ້ຳໃຈສາມັກຄີກັບປະຊາຊົນ ກຸຍບາ. ທ່ານເອກອັກຄະລັດຖະທູດ ສ.ກຸຍບາ ປະຈຳ ຫວຽດນາມ Orlando Hernandez Guillen, ໃຫ້ຮູ້ວ່າ:

“ໂຄງການຮ່ວມມືຜະລິດເຂົ້າຂອງ ຫວຽດນາມ ຢູ່ ກຸຍບາ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງ. ແຫຼ່ງສະໜອງເຂົ້າໂດຍເປັນປົກກະຕິຈາກ ຫວຽດນາມ ໄປຍັງ ກຸຍບາ ໄດ້ຮັບການຢັ້ງຢືນແມ່ນມີຄວາມສຳຄັນທີ່ສຸດ, ໃນສະພາບພື້ນຖານເສດຖະກິດສາກົນ ແລະ ພິເສດແມ່ນພື້ນຖານເສດຖະກິດຂອງ ກຸຍບາ ພວມຜ່າຜ່າຄວາມຫຍຸ້ງຍາກຫຼາຍຢ່າງ, ໃນສະພາບຖືກຂວ້ຳບາດ ແລະ ຖືກຜົນສະທ້ອນຢ່າງຮ້າຍແຮງຈາກໂລກລະບາດໂຄວິດ-19. ບັນດາບ້ວງເງິນລົງທຶນຂອງ ຫວຽດນາມ ເຂົ້າ ກຸຍບາ ໄດ້ຮັບການປັບປຸງ. ຫວຽດນາມ ແມ່ນນັກລົງທຶນໃຫຍ່ຂອງ ອາຊີ ຢູ່ ກຸຍບາ”.

ໃນສະພາບທີ່ 2 ປະເທດພວມມານະພະຍາຍາມຟື້ນຟູ, ພັດທະນາເສດຖະກິດພາຍຫຼັງໂລກລະບາດໂຄວິດ-19, ທ່ານເອກອັກຄະລັດຖະທູດ Orlando Hernandez Guillen ຢືນຢັນວ່າ, ການເດີນທາງໄປຢ້ຽມຢາມ ກຸຍບາ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມີ “ຄວາມໝາຍສຳຄັນປະຫວັດສາດ”, ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ.

ໃນຂອບເຂດການຢ້ຽມຢາມ ກຸຍບາ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, 2 ຝ່າຍຈະແລກປ່ຽນກ່ຽວກັບບັນດາຂົງເຂດຮ່ວມມື ກໍຄືລົງນາມໃນຂໍ້ຕົກລົງສຳຄັນຫຼາຍສະບັບ. ຕາມທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ ຫວຽດນາມ ແລ້ວ, ການເດີນທາງໄປຢ້ຽມຢາມ ກຸຍບາ ຂອງການນຳຕ່າງປະເທດຄົນທຳອິດພາຍຫຼັງທີ່ ກຸຍບາ ຫາກໍ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຊຸດໃໝ່ສຳເລັດຜົນ, ໄດ້ສົ່ງສານຕໍ່ເລື່ອງສືບຕໍ່ປັບປຸງ, ເພີ່ມທະວີການພົວພັນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ. ທ່ານ ຫວູຫາຍຮ່າ, ກ່າວວ່າ:

“ພວກເຮົາຢືນຢັນອີກເທື່ອໜຶ່ງຕໍ່ນ້ຳໃຈມິດຕະພາບ, ນ້ຳໃຈຄວາມສາມັກຄີກັບປະຊາຊົນ ກຸຍບາ, ສະໜັບສະໜູນວິວັດການອັບເດັດຮູບແບບເສດຖະກິດຂອງປະເທດເພື່ອນໃຫ້ປະກົດຜົນເປັນຈິງ. ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນໃນວິວັດການປ່ຽນແປງໃໝ່. ພວກເຮົາຢືນຢັນວ່າ, 2 ປະເທດຈະຮຽງບ່າຮຽງໄຫຼ່ເພື່ອເອກະລາດ, ເສລີພາບ, ສັນຕິພາບ ແລະ ການພັດທະນາ”.

ປັບປຸງການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ

ຖັດຈາກການເດີນທາງໄປຢ້ຽມຢາມ ກຸຍບາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ດຳເນີນການໄປຢ້ຽມຢາມ ສ.ອາກຊັງຕິນ ແລະ ສ.ອູຣຸກວາຍ ຕາເວັນອອກ ຢ່າງເປັນທາງການ.

ສຳລັບປະເທດ ອາກຊັງຕິນ, ປີ 2023 ນີ້, 2 ປະເທດກໍ່ຈະຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາກຊັງຕິນ (ຕຸລາ 1973 - ຕຸລາ 2023). ການພົວພັນລະຫວ່າງ 2 ປະເທດໄດ້ຮັບການປັບປຸງດ້ວຍການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2010 ແລະ ນັບແຕ່ນັ້ນມາ, ການແລກປ່ຽນດ້ານການຄ້າໄດ້ເຕີບໂຕເປັນປົກກະຕິ.

ແລະກໍ່ໃນປີ 2023, ຫວຽດນາມ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດກັບ ອູຣຸກວາຍ ຕາເວັນອອກ (1993 – 2023). 2 ຝ່າຍພວມສືບຕໍ່ຊຸກຍູ້ການຮ່ວມມືໃນຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ, ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມດ້ານການຄ້າ, ເຊື່ອມຕໍ່ການແລກປ່ຽນການຄ້າ, ຊອກຫາກາລະໂອກາດດຳເນີນທຸລະກິດເຊິ່ງກັນ ແລະ ກັນ.

 ໃນການເດີນທາງໄປຢ້ຽມຢາມ ສ.ອາກຊັງຕິນ ແລະ ສ.ອູຣຸກວາຍ ຕາເວັນອອກ ຢ່າງເປັນທາງການຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະພົບປະກັບການນຳບັນດາປະເທດ, ພ້ອມກັນເປັນເອກະພາບປັບປຸງ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ 2 ປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ພາກພື້ນ ອາເມລິກາ ລາຕິງ.

ດ້ວຍແຜນການເຄື່ອນໄຫວທີ່ອຸດົມສົມບູນນັ້ນ, ການເດີນທາງໄປຢ້ຽມຢາມ 3 ປະເທດດັ່ງກ່າວຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນການສະແດງໃຫ້ເຫັນວ່າ ຍາມໃດ ຫວຽດນາມ ກໍ່ຖືເລື່ອງປັບປຸງ, ເພີ່ມທະວີສາຍພົວພັນສາມັກຄີ, ມິດຕະພາບກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອຢູ່ພາກພື້ນ ອາເມລິກາ ລາຕິງ ເປັນສຳຄັນ.


top