ຕອນເຊົ້າວັນທີ 15 ກັນຍາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2025 – 2026 ຢູ່ວິທະຍາຄານປ້ອງກັນຊາດ ທີ່ນະຄອນຫຼວງ ຮ່າໂນ້ຍ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2025 – 2026 ຢູ່ວິທະຍາຄານປ້ອງກັນຊາດ
ກ່າວຄຳເຫັນຊີ້ນຳໃນພິທີໄຂສົກຮຽນໃໝ່, ທ່ານປະທານປະເທດ ເລືອງເກື່ອງໄດ້ເນັ້ນໃຫ້ ວິທະຍາຄານຍົກສູງຄຸນນະພາບໃນການເຄື່ອນໄຫວວຽກງານການຕ່າງປະເທດດ້ານປ້ອງກັນຊາດ, ເປີດກວ້າງການຮ່ວມມືສາກົນ, ບັນດາການເຄື່ອນໄຫວຮ່ວມມືທີ່ເປັນຫຼາຍຮູບແບບ, ສົມທົບຢ່າງແໜ້ນແຟ້ນ, ມີຊີວິດຊີວາ ລະຫວ່າງການແລກປ່ຽນ, ແບ່ງປັນພູມປັນຍາກັບການໂຄສະນາພາບພົດ, ຖານະບົດບາດຂອງປະເທດຊາດ, ປະຊາຊົນ, ນະໂຍບາຍປ້ອງກັນຊາດແຫ່ງສັນຕິພາບ, ການປ້ອງກັນຕົວ, ຄວາມຊອບທຳຂອງ ຫວຽດນາມ. ກ່ຽວກັບວຽກງານຊີ້ນຳ, ນຳພາການຈັດຕັ້ງສ້າງ ວິທະຍາຄານປ້ອງກັນຊາດ ກາຍເປັນວິທະຍາຄານລະດັບຍຸດທະສາດທີ່ກ້າວໜ້າ, ທັນສະໄໝ, ຢືນຢູ່ແຖວໜ້າພາກພື້ນ, ມີອິດທິພົນຊື່ສຽງ ແລະ ຜົນສະທ້ອນສາກົນ, ທ່ານປະທານປະເທດ ຖືວ່າຕ້ອງສ້າງຄະນະພັກວິທະຍາຄານທີ່ປອດໄສ, ເຂັ້ມແຂງ, ດີເດັ່ນກ່ຽວກັບການເມືອງ, ແນວຄິດ, ຄຸນສົມບັດ, ອົງການຈັດຕັ້ງ ແລະ ພະນັກງານ. ພະນັກງານ, ສະມາຊິກພັກ, ຄູອາຈານ, ນັກວິທະຍາສາດ ຂອງວິທະຍາຄານແຕ່ລະຄົນ ຕ້ອງແມ່ນແບບຢ່າງທີ່ດີກ່ຽວກັບຄຸນທາດການເມືອງ, ຄຸນສົມບັດ, ພູມປັນຍາ ແລະ ຄວາມສາມາດຕົວຈິງ; ນຳໜ້າໃນແນວຄິດ, ມີຫົວຄິດປະດິດສ້າງ ໃນການກະທຳ, ຢຶດໝັ້ນປົກປ້ອງພື້ນຖານແນວຄິດຂອງພັກ ແລະ ສ້າງແຫຼ່ງບັນດານໃຈໃຫ້ແກ່ນັກສຳມະນາກອນ ດ້ວຍບຸກກະລິດກະພາບ, ພູມປັນຍາ ແລະ ຄວາມຮັບຜິດຊອບ.