ຂ່າວສານ

ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ໂດຍປະຊາຊົນ, ເພື່ອປະຊາຊົນ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍ, ຕີລາຄາສູງບັນດາອົງການທີ່ມີໜ້າທີ່ ໄດ້ມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍ, ຕີລາຄາສູງບັນດາອົງການທີ່ມີໜ້າທີ່ ໄດ້ມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ.

    

ທ່ານປະທານປະເທດ ຫງວຽນຊວັນຟຸກ ເປັນປະທານວາລະປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ. (ພາບ: TTXVN)

ຕອນບ່າຍວັນທີ 18 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງຍຸດທະສາດກ່ຽວກັບການ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຮອດປີ 2030, ກຳນົດທິດຮອດປີ 2045” ເປັນປະທານວາລະປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ. ເຂົ້າຮ່ວມວາລະປະຊຸມມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຮອງປະທານຄະນະຊີ້ນຳ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ຮອງຫົວໜ້າຄະນະຊີ້ນຳ.

        ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍ້ອງຍໍ, ຕີລາຄາສູງບັນດາອົງການທີ່ມີໜ້າທີ່ ໄດ້ມານະພະຍາຍາມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ.

        “ມີຫຼາຍອົງການຄື: ສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຕຳຫຼວດ, ສະພາທິດສະດີສູນກາງ… ໄດ້ຈັດວາລະປະຊຸມ, ໂອ້ລົມສົນທະນາຫຼາຍຄັ້ງ ເພື່ອຮັບຟັງຄຳເຫັນ ຊີ້ນຳບັນດາອົງການ, ນັກຊ່ຽວຊານກ່ຽວກັບຮ່າງແຜນຮ່າງ. ມີສະມາຊິກຄະນະຊີ້ນຳຫຼາຍຄົນໄດ້ຕິດຕາມຢ່າງໃກ້ຊິດ, ເປັນເຈົ້າການ, ສະຫງວນເວລາປະກອບຄຳເຫັນເປັນຫຼາຍຄັ້ງກ່ຽວກັບຫົວເລື່ອງສະເພາະ ເພື່ອມີຜະລິດຕະພັນມີຄຸນນະພາບດີ. ພິເສດແມ່ນບັນດາສະມາຊິກໜ່ວຍຮຽບຮຽງສ້າງຮ່າງແຜນຮ່າງຄັ້ງທີ 1 ເພື່ອຍື່ນສະເໜີຕໍ່ວາລະປະຊຸມຄະນະຊີ້ນຳໃນມື້ນີ້”.

        ທີ່ວາລະປະຊຸມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາສະມາຊິກຄະນະຊີ້ນຳປະກອບຄຳເຫັນໃສ່ບາງເນື້ອໃນຄື ໂຄງປະກອບແຜນຮ່າງ; ສະພາບການສ້າງລັດແຫ່ງອຳນາດຕິນິບັນຍັດໃນໄລຍະຜ່ານມາ ລວມທັງໝາກຜົນທີ່ບັນລຸໄດ້, ສິ່ງຈຳກັດບໍ່ເຖິງຖອງ, ສາຍເຫດ ແລະ ຄາດຄະເນສະພາບການ; ເພື່ອແນໃສ່ມຸ່ງໄປເຖິງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໂດຍປະຊາຊົນ, ເພື່ອປະຊາຊົນ. ແຜນຮ່າງຈະໄດ້ຍື່ນສະເໜີຕໍ່ກົມການເມືອງ, ຄະນະເລຂາສູນກາງພັກໃນໄລຍະຈະມາເຖິງໂດຍໄວ.

(ແຫຼ່ງຄັດຈາກ VOV)


top