ຂ່າວສານ

ສ້າງລະບົບຮ່ວມສຳພັນ, ຍົກສູງຄຸນຄ່າໃຫ້ແກ່ສິນຄ້າຫວຽດ

ທ່ານນາງ ເລຫວຽດງາ, ຮອງຫົວໜ້າກົມການຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ຮັກສາລະບົບຮ່ວມສຳພັນສິນຄ້າ ຫວຽດນາມ ຢ່າງໝັ້ນແກ່ນແມ່ນວິທີການສຳຄັນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຜັນຂະຫຍາຍບັນດາມາດຕະການເພື່ອຮັບປະກັນແຫຼ່ງສະໜອງ
  ພາບປະກອບ: VOV  

 ພາຍຫຼັງໄດ້ຮັບຜົນກະທົບຢ່າງຫຍໍ້ທໍ້ຈາກໂລກລະບາດໂຄວິດ - 19 ມາເປັນເວລາ 2 ປີ, ບັນດາວິສາຫະກິດ ຫວຽດນາມ ພວມມານະພະຍາຍາມສ້າງລະບົບຮ່ວມສຳພັນ, ສ້າງການພົວພັນຮ່ວມມືຢ່າງຮອບດ້ານ ແລະ ຄົບຊຸດ ເພຶ່ອຍູ້ແຮງການຈຳຫນ່າຍສິນຄ້າ. ມີຫຼາຍໂຄງການເຊື່ອມຕໍ່ພົວພັນການຄ້າ, ສ້າງລະບົບຮ່ວມສຳພັນ, ຜັນຂະຫຍາຍຫລາຍລາຍການນຳສິນຄ້າຫວຽດນາມ ມາໃຫ້ຜູ້ບໍລິໂພກ. ທ່ານ ຟ້າມຊວັນເຈື່ອງ, ຫົວໜ້າສະຫະກອນ ໝີຈູຊວັນເຈື່ອງ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າມີຄວາມປາດຖະໜາຢາກເຂົ້າເຖິງລູກຄ້າຫຼາຍຄົນ ເພື່ອໃຫ້ເຂົາເຈົ້າເຂົ້າໃຈກ່ວາກ່ຽວກັບຜະລິດຕະພັນ, ນຳຜະລິດຕະພັນທີ່ມີຄຸນນະພາບດີທີ່ສຸດມາໃຫ້ຜູ້ບໍລິໂພກ. ພ້ອມທັງ, ເພື່ອໃຫ້ຜູ້ບໍລິໂພກແບ່ງປັນຂໍ້ມູນ, ຕີລາຄາກ່ຽວກັບຄຸນນະພາບຂອງຜະລິດຕະພັນ…

ທ່ານນາງ ເລຫວຽດງາ, ຮອງຫົວໜ້າກົມການຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ ຮັກສາລະບົບຮ່ວມສຳພັນສິນຄ້າ ຫວຽດນາມ ຢ່າງໝັ້ນແກ່ນແມ່ນວິທີການສຳຄັນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຜັນຂະຫຍາຍບັນດາມາດຕະການເພື່ອຮັບປະກັນແຫຼ່ງສະໜອງ, ໜູນຊ່ວຍການຈໍລະຈອນ, ຈຳໜ່າຍສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການໂດຍພື້ນຖານຂອງ ປະຊາຊົນ ແລະ ວິສາຫະກິດ, ສະຫະກອນ.


top