ຂ່າວສານ

ສ້າງລະບົບທິດສະດີວັນນະຄະດີສິລະປະຫວຽດນາມເທື່ອລະກ້າວ

ຕອນເຊົ້າວັນທີ 9 ກັນຍາ, ຢູ່ແທງຮ້ວາ, ໄດ້ດຳເນີນກອງປະຊຸມຜັນຂະຫຍາຍໜ້າທີ່ “ ສ້າງລະບົບທິດສະດີວັນນະຄະດີສິລະປະຫວຽດນາມ ” ໂດຍພາຍໃຕ້ການເປັນປະທານຂອງທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ຕຳໜິວິຈານສູນກາງ

ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ຕຳໜິວິຈານສູນກາງ

ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບ 5 ຫົວເລື່ອງ: ແນວທາງພັດທະນາ ວັນນະຄະດີສິລະປະຂອງພັກໃນໄລຍະປ່ຽນແປງໃໝ່, ກຳນົດທິດ ແລະ ບັນດາເນື້ອໃນພື້ນຖານຂອງ ທິດສະດີວັນນະຄະດີສິລະປະຫວຽດນາມ; ທັດສະນະຂອງມາກ-ເລນິນ-ໂຮ່ຈິມິນກ່ຽວກັບ ວັນນະຄະດີສິລະປະ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງສາດສະດາຈານ, ປອ ຫງວຽນເທ້ກີ ໃຫ້ຮູ້ວ່າ : 

     “ ກອງປະຊຸມໄດ້ຊ່ວຍໃຫ້ຜູ້ແທນກຳແໜ້ນທັດສະນະ, ແນວທາງພັດທະນາ ວັນນະຄະດີສິລະປະຂອງພັກ, ລັດ; ພືດຕິກຳຊີວິດ ວັນນະຄະດີສິລະປະເວົ້າລວມ ແລະ ສະພາບການ ທິດສະດີ, ຕຳໜິວິຈານວັນນະຄະດີສິລະປະຫວຽດນາມເວົ້າສະເພາະ; ຍົກສູງຄວາມສາມາດແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນພຶດຕິກຳ ຊີວິດ ວັນນະຄະດີສິລະປະ. ນີ້ແມ່ນຄວາມຮຽກຮ້ອງຕ້ອງການພື້ນຖານ ແລະ ຈຳເປັນ, ຊ່ວຍໃຫ້ຜູ້ແທນກຳແໜ້ນທັດສະນະທາງດ້ານວັນນະຄະດີສິລະປະຂອງພັກ, ລັດເວົ້າລວມ, ປະຕິເສດຖ້ອຍທຳນອງທີ່ຜິດພາດໃນການເຄື່ອນໄຫວວັນນະຄະດີສິລະປະ, ປະກອບສ່ວນເຮັດໃຫ້ຊີວິດ ວັດທະນະທຳສິລະປະຂອງປະເທດຊາດມີຄວາມສົດໃສ  ”.

 (ແຫຼ່ງຄັດຈາກ VOV)



top