ຂ່າວສານ

ສ້າງພື້ນຖານໃຫ້ແກ່ບັນດາການເຈລະຈາປອດນິວເຄຼຍໃນແຫລມເກົາຫລີ

      ການພົບປະສຸດຍອດ ອາເມລິກາ - ສປປ ເກົາຫລີ ຄັ້ງທີ 2 ຫາກໍ່ສິ້ນສຸດລົງໃນທ້າຍອາທິດຜ່ານມາ ຢູ່ ຮ່າໂນ້ຍ. ເຖິງວ່າ ບໍ່ບັນລຸໄດ້ຂໍ້ຕົກລົງຮ່ວມກໍຕາມ ແຕ່ມີນັກສັງເກດການ, ນັກໄຈ້ແຍກ, ນັກວິເຄາະສາກົນ ຫລາຍທ່ານໄດ້ຕີລາຄາວ່າ ການພົບປະສຸດຍອດ ຢູ່ ຮ່າໂນ້ຍ ມີຄວາມໝາຍຫລາຍຢ່າງ, ຮັດແຄບຄວາມບໍ່ລົງລອຍກັນ ແລະ ສ້າງພື້ນຖານໃຫ້ແກ່ບັນດາການເຈລະຈາປອດນິວເຄຼຍໃນແຫລມເກົາຫລີ ໃນອະນາຄົດ.

ປະທານາທິບໍດີ ອາເມລິກາ D. Trump ແລະ  ປະທານ ສປປ ເກົາຫລີ Kim Jong un  ພົບປະກັນຢູ່ ຮ່າໂນ້ຍ
ພາບ:AFP/Vietnam+
      ກອງປະຊຸມສຸດຍອດ ລະຫວ່າງປະທານາທິບໍດີ ອາເມລິກາ D. Trump ແລະ  ປະທານ ສປປ ເກົາຫລີ Kim Jong un ຢູ່ ຮ່າໂນ້ຍ ໃນວັນທີ 28 ກຸມພາ ສິ້ນສຸດລົງແຕ່ບໍ່ບັນລຸໄດ້ຂໍ້ຕົກລົງຮ່ວມ, ແຕ່ຕາມການຕີລາຄາຂອງບັນດານັກສັງເກດການແລ້ວ, ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ ເກົາຫລີ ບໍ່ແມ່ນບໍ່ບັນລຸໄດ້ໝາກຜົນ ກົງກັນຂ້າມ ແມ່ນມີຄວາມໝາຍຫລາຍຢ່າງ, ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ເປີດຊ່ອງທາງໃຫ້ບັນດາການເຈລະຈາໃນໄລຍະຈະມາເຖິງ.
ເຫດຜົນຫລາຍຢ່າງທີ່ກອງປະຊຸມສຸດຍອດເປັນຫນ້າປະເອີບໃຈ
ກ່ອນທີ່ດຳເນີນກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫລີ ຄັ້ງທີ 2 ຢູ່ ຮ່າໂນ້ຍ, ມີຫລາຍຄຳເຫັນຄາດຄະເນວ່າ ຍາກທີ່ຈະມີບາດກ້າວບຸກທະລຸໃຫຍ່ ເພາະວ່າ ນີ້ແມ່ນບັນຫາທີ່ຄົງຕົວໃນຫລາຍທົດສະວັດແລ້ວ. ບັນຫານິວເຄຼຍໃນແຫລມເກົາຫລີ ຍາມໃດກໍ່ແມ່ນຫົວເລື່ອງຮ້ອນເຮັ່ງ ແລະ ໄດ້ຮັບຄວາມສົນໃຈຫລາຍສຸດຈາກປະທານາທິບໍດີ ອາເມລິກາ ໃນ 4 ສະໄຫມ.ເພາະ ສະນັ້ນ ເລື່ອງການນຳ ສອງປະເທດ ອາເມລິກາ ແລະ ສປປ ເກົາຫລີ ພົບປະກັນໃນຄັ້ງນີ້ ບໍ່ບັນລຸໄດ້ຖະແຫລງການຮ່ວມ ບໍ່ແມ່ນບາດຖອຍຫລັງແຕ່ ກົງກັນຂ້າມ ມີເຫດຜົນຫລາຍເປັນຫນ້າປະເອີບໃຈ.
ທີຫນຶ່ງ ເປັນທີ່ຈະແຈ້ງແລ້ວວ່າ ສອງຝ່າຍ ບັນລຸໄດ້ສິ່ງທີ່ຕ້ອງການ. ນັ້ນແມ່ນ ປະທານ Kim Jong Un ຢັ້ງຢືນຕໍ່ ທ່ານປະທານາທິບໍດີ ອາເມລິກາ D. Trump ວ່າ ຈະບໍ່ມີເຫດທົດລອງນິວເຄຼຍ ແລະ ລູກສອນໄຟຄັ້ງໃດອີກໃນອະນາຄົດ ເມື່ອສອງຝ່າຍດຳເນີນການເຈລະຈາ. ກົງກັນຂ້າມ, ປະທານາທິບໍດີ D.Trump ໃຫ້ຄຳໝັ້ນສັນຍາຈະບໍ່ເພີ່ມມາດຕະການຂວ້ຳບາດອີກ ແລະ ຢຸດຕິບັນດາການຊ້ອມຮົບຮ່ວມກັບ ສເກົາຫລີ. ໃນແຈ້ງການລົງວັນທີ 2 ມີນາ, ສອງມື້ພາຍຫລັງສິ້ນສຸດການພົບປະສຸດຍອດ ອາເມລິກາ - ສປປ ເກົາຫລີ, ກະຊວງປ້ອງກັນປະເທດ ສເກົາຫລີ ແລະ ອາເມລິກາ ລ້ວນແຕ່ຖະແຫລງ ຕົກລົງປັບປຸງໂຄງການເຝິກຊ້ອມຮ່ວມ ດ້ວຍຄວາມປາດຖະຫນາຢາກຫລຸດຜ່ອນຄວາມເຄັ່ງຕຶງ ແລະ ຫນູນຊ່ວຍບັນດາຄວາມມານະພະຍາຍາມທາງການທູດ ເພື່ອບັນລຸຈຸດໝາຍປອດນິວເຄຼຍໃນແຫລມເກົາຫລີຢ່າງສິ້ນເຊິງ. ເປັນທີ່ຈະແຈ້ງແລ້ວວ່າ ນີ້ແມ່ນບາດກ້າວຫັນປ່ຽນຕັ້ງຫນ້າ ເພາະວ່າ ນັບແຕ່ກ່ອນມາຮອດປະຈຸບັນ ບັນດາການຊ້ອມຮົບຮ່ວມ ລະຫວ່າງ ອາເມລິກາ ແລະ ສເກົາຫລີ ຍາມໃດກໍ່ຖືກ ຄັດຄ້ານຈາກ ສປປ ເກົາຫລີ. ຕາມ ພຽງຢາງແລ້ວ, ການເຄື່ອນໄຫວນີ້ ແມ່ນການກະກຽມໃຫ້ແກ່ການຮຸກຮານເພື່ອເລັ່ງໃສ່ ສປປ ເກົາຫລີ.
            ມີຈຸດໜຶ່ງທີ່ໄດ້ຮັບຄວາມສົນໃຈຈາກຫາງສຽງ ນັ້ນແມ່ນ ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງນີ້ ໄດ້ສິ້ນສຸດລົງດ້ວຍບັນຍາກາດທີ່ສະໜິດສະໜົມພໍສົມຄວນ ແລະ ເຄົາລົບເຊິ່ງກັນແລະກັນ ຫາກບໍ່ແມ່ນການເຈລະຈາທີ່ແຕກແຫງ ແລະ ສອງຝ່າຍໄດ້ກັບຄືນສູ່ເສັ້ນເລີ່ມຕົ້ນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ເລື່ອງເຈລະຈາກ່ຽວກັບການປອດນິວເຄຼຍໃນແຫຼມເກົາຫຼີ ແມ່ນບັນຫາໃຫຍ່ ແລະ ບັນດາຝ່າຍ ຄວນມີເວລາຕື່ມອີກ. ຄວາມຈິງແລ້ວ, ກວ່າ 20 ປີ ທີ່ຜ່ານມາ, ຜ່ານ 4 ສະໄໝ ປະທານາທິບໍດີ ອາເມລິກາ, ບັນດາການເຈະລະຈາແມ່ນລ້ວນແຕ່ຕົກເຂົ້າສູ່ສະພາບຈົນຕາແຈ. ດັ່ງນັ້ນ ບໍ່ຄວນຕັ້ງຄວາມຫວັງຢ່າງຫຼວງຫຼາຍຕໍ່ການບຸກທະລຸ, ເພາະວ່າ ຄວາມຈິງແລ້ວ ສອງຝ່າຍຫາກໍມີການເຈລະຈາຂັ້ນສູງໂດຍກົງກ່ອນນີ້ 8 ເດືອນ, ນັບແຕ່ຈຸດເວລາດໍາເນີນການພົບປະສຸດຍອດຄັ້ງທີ 1 ຢູ່ ສິງກະໂປ ໃນເດືອນ ມິຖຸນາ 2018.
ອີກສາຍເຫດໜຶ່ງທີ່ໜ້າປະເອີບໃຈ ນັ້ນແມ່ນ ພາຍຫຼັງ ກອງປະຊຸມສຸດຍອດຢູ່ຮ່າໂນ້ຍ, ສອງຝ່າຍ ຕ່າງກໍຊັ່ງຊາຢາກດໍາເນີນການເຈລະຈາໃນໄລຍະຈະມາເຖິງ. ພ້ອມກັບຖະແຫຼງການທີ່ວ່າ ຈະມີການພົບປະກັບທ່ານປະທານາທິບໍດີ Donald Trump, ທ່ານປະທານ ສປປ.ເກົາຫຼີ ຍັງຕີລາຄາສູງຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ Donald Trump ໃນເລື່ອງພະຍາຍາມມຸ່ງໄປສູ່ໝາກຜົນຂອງການເຈລະຈາ ແລະ ຢັ້ງຢືນວ່າ ການໂອ້ລົມສົນທະນາໃນກອງປະຊຸມສຸດຍອດ ແມ່ນຕັ້ງໜ້າ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ວໍຊິງຕັນ ປາດຖະໜາຢາກສືບຕໍ່ດໍາເນີນການເຈລະຈາກັບ ພຽງຢາງ ໃນໄລຍະຈະມາເຖິງ.
ມີຄວາມໄວ້ເນື້ອເຊື່ອໃຈ ຈະມີໝາກຜົນ
        ບໍ່ວ່າຈະໃນການເຈລະຈາໃດໆກໍຕາມ, ເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈ ແມ່ນສໍາຄັນທີ່ສຸດ, ອັນໄດ້ຕັດສິນຊີ້ຂາດຢາກໝາກຜົນຂອງທຸກບັນຫາ. ເລື່ອງການນໍາສອງທ່ານ ເຫັນດີພົບປະກັນຄືນໃໝ່, ປາດຖະໜາສືບຕໍ່ດໍາເນີນການເຈລະຈາ ເພື່ອແກ້ໄຂສະພາບການຈົນຕາແຈ, ຢັ້ງຢືນວ່າມີການພົວພັນສ່ວນບຸກຄົນດີ, ເຄົາລົບເຊິ່ງກັນແລະກັນ ແລະ ອື່ນໆ ແມ່ນບັນດາພື້ນຖານເພື່ອສ້າງພື້ນຖານໃຫ້ແກ່ການພົບປະລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ໃນອະນາຄົດ. ເສັ້ນທາງພາຍພາກໜ້າ ອາດຈະຍັງມີຄວາມຫຍຸ້ງຍາກຫຼາຍຢ່າງກໍຕາມ ແຕ່ຖ້າຫາກທັງສອງຝ່າຍ ຍັງສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຕັ້ງໜ້າໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນ, ອາເມລິກາ ແລະ ສປປ.ເກົາຫຼີ ອາດສາມາດບັນລຸໄດ້ຂໍ້ຕົກລົງໃນອະນາຄົດຢ່າງສິ້ນເຊິງ.
 (ແຫຼ່ງຄັດຈາກ VOV)
 
 


top