ຂ່າວສານ

ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງແມ່ນວິທີການເພື່ອຍົກສູງທີ່ຕັ້ງ ແລະ ກຳລັງແຮງຂອງປະເທດຊາດ ຢ່າງມີປະສິທິຜົນ

ເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 ດ້ວຍຫົວຂໍ້ “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງທາງດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງໃນສະພາບການໃໝ່”.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 (ພາບ: TTXVN)  

 ວັນທີ 05 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນເວທີປາໄສເສດຖະກິດ ຫວຽດນາມ ຄັ້ງທີ 4 ດ້ວຍຫົວຂໍ້ “ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງທາງດ້ານເສດຖະກິດຢ່າງເລິກເຊິ່ງ, ກວ້າງຂວາງໃນສະພາບການໃໝ່”. ເຫດການໂດຍຄະນະເສດຖະກິດສູນກາງ ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຂຶ້ນ ເພື່ອແນໃສ່ເປັນຫຼັກຖານໃຫ້ຄຳປຶກສາຕໍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ກ່ຽວກັບການພັດທະນາເສດຖະກິດ, ສັງຄົມໃນສະພາບເປັນປົກກະຕິໃໝ່.

ເວທີປາໄສລວມມີ 3 ວາລະປຶກສາຫາລືຫົວເລື່ອງ: ພັດທະນາລະບົບສະໜອງແຮງງານຢ່າງສະຖຽນລະພາບພາຍຫຼັງໂລກລະບາດໂຄວິດ-19; ການພັດທະນາຕະຫຼາດທຶນ ແລະ ຕະຫຼາດອະສັງຫາລິມະຊັບ; ປ່ຽນແປງໃໝ່ເຕັກໂນໂລຊີ, ຫັນປ່ຽນດີຈີຕອນ ແລະ ຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ, ຕ້ອງສ້າງລະບອບລະບຽບການເສດຖະກິດການຕະຫຼາດຕາມກຳນົດທິດສັງຄົມນິຍົມຢ່າງຄົບຊຸດ, ທັນສະໄໝ, ເຊື່ອມໂຍງ, ສອດຄ່ອງກັບຄຳໝັ້ນສັນຍາສາກົນ; ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດຽງໃຫຍ່ຂອງພື້ນຖານເສດຖະກິດ. ພ້ອມທັງ, ຄວນສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຕິດພັນກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ຊຸກຍູ້ວິທະຍາສາດ, ເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດຄິດສ້າງ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບໍລິຫານແຫ່ງຊາດທັນສະໄໝ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຢືດໝັ້ນກັບແນວທາງປ່ຽນແປງໃໝ່, ເປີດປະຕູ, ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ມີປະສິດທິຜົນ; ສ້າງສະພາບແວດລ້ອມນິຕິກຳໃຫ້ສອດຄ່ອງ, ສະຖຽນລະພາບ ແລະ ສ້າງເງື່ອນໄຂສະດວກ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕາມກົດໝາຍຂອງບັນດາວິສາຫະກິດ, ຄູ່ຮ່ວມມືລົງທຶນ, ດຳເນີນທຸລະກິດຢ່າງຍາວນານ, ມີປະສິດທິຜົນ, ຍືນຍົງ…


top