ຂ່າວສານ

ສ້າງພື້ນຖານຕຸລາການເປັນມືອາຊີບ, ທັນສະໄໝ, ສະເໝີພາບ, ເຄັ່ງຄັດ, ສັດຊື່ບໍລິສຸດ

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃສ່ໃຈວ່າ ບັນດາເປົ້າໝາຍຈຸດສຸມຂອງວຽກງານປະຕິຮູບຕຸລາການປີ 2023 ແມ່ນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ບັນດາຮົ້ວກີດຂວາງໃຫ້ໄດ້ ເພື່ອຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງລະບົບບັນດາອົງການຕຸລາການ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 09 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ເປັນປະທານກອງປະຊຸມເທື່ອທີ 3 ຄະນະຊີ້ນຳ.

ທີ່ກອງປະຊຸມ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໃສ່ໃຈວ່າ ບັນດາເປົ້າໝາຍຈຸດສຸມຂອງວຽກງານປະຕິຮູບຕຸລາການປີ 2023 ແມ່ນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ບັນດາຮົ້ວກີດຂວາງໃຫ້ໄດ້ ເພື່ອຍົກສູງປະສິດທິພາບ, ປະສິດທິຜົນໃນການເຄື່ອນໄຫວຂອງລະບົບບັນດາອົງການຕຸລາການ, ເປັນເຈົ້າການປະຕິບັດວຽກງານຄວບຄຸມສິດອຳນາດໃຫ້ເປັນຢ່າງດີ ເພື່ອສະກັດກັ້ນບັນດາສິ່ງຫຍໍ້ທໍ້ໃນການເຄື່ອນໄຫວສຳຫຼວດກວດກາ, ຟ້ອງສານ, ພິພາກສາຄະດີ. ສູ້ຊົນບັນລຸເປົ້າໝາຍທີ່ໄດ້ວາງອອກແມ່ນ ຮອດປີ 2030 ສ້າງພື້ນຖານຕຸລາການໃຫ້ເປັນມືອາຊີບ, ທັນສະໄໝ, ຍຸຕິທຳ, ເຄັ່ງຄັດ, ສັດຊື່ບໍລິສຸດ, ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກເຖິງການປະຕິຮູບຕຸລາການຕ້ອງຮ່ວມເດີນທາງ ແລະ ປະຕິບັດແຜນນະໂຍບາຍຂອງພັກກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້ໃຫ້ເປັນຢ່າງດີ; ບັນດາອົງການຕຸລາການຕ້ອງເອົາໃຈໃສ່ການຄວບຄຸມສິດອຳນາດ.

 


top