ຂ່າວສານ

ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ

ໃນສະພາບການໃໝ່, ໜ້າທີ່ສ້າງພື້ນຖານການທູດນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍິ່ງຮີບດ່ວນກວ່າເວລາໃດໝົດ.
ທີ່ການໂອ້ລົມສົນທະນາ

ຕອນບ່າຍວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປເທດ ຫວຽດນາມ ໄດ້ຈັດການໂອ້ລົມສົນທະນາ “ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ສ້າງພື້ນຖານການທູດ ຫວຽດນາມ ນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ (28 ສິງຫາ 1945 – 28 ສິງຫາ 2023).

ກ່າວຄຳເຫັນຢູ່ທີ່ນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ຖືວ່າ, ໃນສະພາບການໃໝ່, ໜ້າທີ່ສ້າງພື້ນຖານການທູດນຳໜ້າ, ຮອບດ້ານ, ທັນສະໄໝ, ຮັບໃຊ້ປະເທດຊາດ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຍິ່ງຮີບດ່ວນກວ່າເວລາໃດໝົດ. ຂະແໜງການທູດຍິ່ງຕ້ອງຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັນ, ຕັດສິນໃຈສ້າງຖັນແຖວພະນັກງານການທູດທີ່ມີຄຸນນະທາດດ້ານການເມືອງ, ມີລະດັບວິຊາຊີບສູງ. ທີ່ການໂອ້ລົມສົນທະນາ, ບັນດານັກປະຖະກະຖາໄດ້ສະເໜີມາດຕະການ ເພື່ອປຸກລຸກ ແລະ ເສີມຂະຫຍາຍຄຸນນະທາດ, ການປະດິດຄິດສ້າງ, ເປັນເຈົ້າການຮັບມື, ເສີມຂະຫຍາຍບົດບາດນຳໜ້າຂອງການທູດ; ສ້າງແບບຢ່າງພະນັກງານການທູດທັນສະໄໝ, ເປັນເຈົ້າການປະດິດຄິດສ້າງ, ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ.


top